ໃນຕອນບ່າຍເວລາ 13 ໂມງ 30 ນາທີ ຂອງວັນທີ 14 ມັງກອນ 2021, ໄດ້ຈັດກອງປະຊຸມຮັບຟັງປະຖະກາຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ຈຳນວນ 04 ເອກກະສານ, ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ,  ພາຍໄຕ້ການເປັນປະທານກອງປະຊຸມຂອງທ່ານ  ຈັນເພັງໃສ ດາລາຊະວົງ  ຮອງຫົວໜ້າພະແນກຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມແຂວງ,    ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າແລະ ຄະນະ 08 ຂະແໜງ ພ້ອມດ້ວຍພະນັກ ງານ ແລະ ອາສາສະຫມັກທົ່ວ ພຊສທັງໝົດ 103 ທ່ານ, ຍິງ 54 ທ່ານ.

           

           ໃນຕອນບ່າຍ ຂອງວັນທີ 08 ມັງກອນ 2021 ໄດ້ຈັດກອງປະຊຸມເຊັນສັນຍາຮັບເໝົາກໍ່່ສ້າງຫ້ອງການ ຊສ ເມືອງຈຳພອນ ແລະ ເມືອງພະລານໄຊ ລະຫວ່າງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ   ສະຫັວນນະເຂດ  ແລະ ກຸ່ມບໍລິສັດຄູນໄຊ ພັດທະນາກໍ່ສ້າງຈຳກັດຜູ້ດຽວ ແລະ ບໍລິສັດວິໄລວັນກໍ່ສ້າງ ແລະ ສ້ອມແປງເຄຫະສະຖານ ຈຳກັດຜູ້ດຽວ ພາຍໄຕ້ການເປັນປະທານກອງປະຊຸມຂອງ    ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ພ້ອມດ້ວຍຕາງໜ້າບໍລິສັດວິໄລວັນກໍ່ສ້າງ, ບໍລິສັດຄູນໄຊ, ຫົວໜ້າຂະແໜງກວດກາ, ຫົວໜ້າຫ້ອງການ ຊສ ເມືອງພະລານໄຊ, ຫົວໜ້າຫ້ອງການ ຊສ ເມືອງ ຈຳພອນ, ຄະນະຂະແໜງແຜນການສະຖິຕິ ແລະ ຂໍ້ມູນຂ່າວສານ ພ້ອມດ້ວຍວິຊາການ ຈຳນວນ 10 ທ່ານ, ຍິງ 01 ທ່ານ.

    

      ໃນຕອນບ່າຍ ຂອງວັນທີ 07 ມັງກອນ 2021 ໄດ້ສ້າງຂະບວນການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງວິຊາການພາຍໃນຂະແໜງທີ່ດິນຢູ່ທີ່ເດີນບານບີແອວ,     ທັງນີ້ເພື່ອຊົມເຊີຍຜົນສຳເລັດ ການຈັດຕັ້ງປະຕິບັດວຽກງານ  01 ປີ 2020  ພາຍໄຕ້ການນໍາພາຂອງ

ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມແຂວງສະຫັວນນະເຂດ, ພ້ອມດ້ວຍຄະນະ ພຊສ, ຄະນະ 08 ຂະແໜງການອ້ອມຂ້າງພະແນກ, ຮາກຖານສະຫະພັນແມ່ຍິງ ພຊສ ຮາກຖານກຳມະບານ ພຊສ, ເລຂາຊາວໜຸ່ມແຂວງ, ຄະນະຮາກຖານຊາວໜຸ່ມ ພຊສ ພ້ອມດ້ວຍອ້າຍນ້ອງວິຊາການ ພຊສ ແຂວງ.

        ໃນເວລາ 08 ໂມງ 30 ນາທີ ຂອງວັນທີ 28 ທັນວາ  2020, ໄດ້ຈັດກອງປະຊຸມກອງປະຊຸມລາຍງານການຈັດຕັ້ງປະຕິບັດໂຄງການສຶກສາ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ເຂດອ່າງນໍ້າຍ່ອຍເຊທ່າມວກ ແຂວງສະຫັວນນະເຂດຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານຮ່ວມກອງປະຊຸມຂອງ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ສຸນະເດດ ສຸກຈະເລີນ ຮອງຫົວໜ້າກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂຄງການ WRM-025-SVK, ພາກສ່ວນສູນກາງ, ຫ້ອງການ ຊສ 04 ເມືອງເປົ້າຫມາຍ(ເມືອງພີນ, ເມືອງວິລະບູລີ, ເມືອງເຊໂປນ ແລະ ເມືອງ ຊົນນະບູລີ), ຄະນະ07 ຂະແໜງການ ແລະ ວິຊາການເຂົ້າຮ່ວມລວມທັງໝົດ 25 ທ່ານ, ຍິງ 03 ທ່ານ.

       ໃນຄັ້ງວັນທີ 25 ທັນວາ  2020 ໄດ້ສ້າງຂະບວນການແຂ່ງຂັນກິລາມິດຕະພາບກະຊັບມິດລະຫວ່າງ ພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫັວນະເຂດ ພົບກັບ ໜັງສືພິມຂອງກະຊວງວັດຖະນະທຳ ແລະ ຖະແຫຼງຂ່າວ ເຊິງໄດ້ຈັດຂື້ນທີ່ເດີນເຕະບານນານ່າ ເອັຟຊີ, ນະຄອນໄກສອນພົມວິຫານ, ແຂວງສະຫັວນນະເຂດ, ພາຍໄຕ້ການນຳພາຂອງ ທ່ານ ອູຄຳ ພູນປະກອນ ຫົວໜ້າຂະແໜງ ສິ່ງແວດລ້ອມແຂວງ ພ້ອມດ້ວຍອ້າຍນ້ອງວິຊາການຈໍານວນໜຶ່ງ ພາຍໄຕ້ການແຂ່ງຂັນທີ່ມ່ວນຊື່ນ ແລະ ອົບອຸ່ນ ເຕະເວລາ 2 ຕັງ ເວລາ 90 ນາທີ່ເຕັມ, ຜົນການແຂ່ງຂັນ ແມ່ນໜັງສືພິມເອົາຊະນະ ພຊສ ດ້ວຍຄະແນນ 10 ຕໍ່ 09 ຄະແນນຂະບວນການແຂ່ງຂັນກິລາຈັດຂື້ນເພື່ອເປັນຜົນງານຄຳນັບຮັບຕ້ອນວັນຊາດທີ 02 ທັນວາ ຄົບຮອບ  45 ປີ ແລະ ວັນຄ້າຍວັນເກີດ ຂອງປະທານໄກສອນພົມວິຫານ ຄົບຮອບ 100 ປີ, ເປັນຂະບວນການພົດພື້ນ ແລະ ສ້າງຄວາມສາມັກຄີລະຫວ່າງກະຊວງຕໍ່ແຂວງ.

Subcategories