ໃນຕອນ ເຊົ້າເວລາ 08 ໂມງ 30 ນາທີ, ຂອງວັນທີ  28 ຕຸລາ 2020, ພະແນກ ພຊສ ແຂວງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືຜ່ານລະບົບທາງໄກ VIDEO CONFERENCE ກ່ຽວກັບຮ່າງຂໍ້ຕົກລົງ ວ່າດ້ວຍການຈັດແບ່ງໂຄງການລົງທຶນ ແລະ ກິດຈະກຳຕ່າງໆ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງສິ່ງແວດ ລ້ອມໃນທຸລະກິດຄອບຄົວ ຢູ່ທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານຂອງ ທ່ານ ໄຊຍະລາດ ວິໄຊ   ຫົວໜ້າກົມສິ່ງແວດລ້ອມ, ມີບັນດາພາກສ່ວນກ່ຽວຂ້ອງຂອງ ກຊສ ແລະ ພະແນກ ຊສ 17 ແຂວງ ແລະ ພຊສ ນະຄອນຫຼວງວຽງຈັນ ຢ່າງພ້ອມພຽງ.

        ພະແນກ ນະໂຍບາຍສິ່ງແວດລ້ອມ ໄດ້ກ່າວເປີດກອງປະຊຸມ, ນຳສະເໜີຮ່າງຂໍ້ຕົກລົງ ວ່າດ້ວຍບັນຊີການຈັດແບ່ງກຸ່ມ ໂຄງການລົງທຶນ ແລະ ກິດຈະກຳຕ່າງໆ ໃນການປະເມີນຜົນກະທົບຕໍ່່ສິ່ງແວດລ້ອມ ພ້ອມດ້ວຍໃດ້ເປີດໂອກາດໃຫ້ບັນດາແຂກທີ່ເຂົ້າຮ່ວມປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຕໍ່ຮ່າງຂໍ້ຕົກລົງ, ສືບຕໍ່ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ສິ່ງແວດລ້ອມ ໃນທຸລະກິດຄອບຄົວ ແລະ ປຶກສາຫາລື ປະກອບຄຳຄິດຄຳເຫັນ ຕໍ່ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມ ໃນທຸລະກິດຄອບຄົວ.

          ຫຼັງຈາກນັ້ນປະທານກອງປະຊຸມກໍ່ໄດ້ໂອລົມ ແລະ ມີຄຳຄິດຄຳເຫັນຕໍ່ກອງປະຊຸມ ໃຫ້ທິດຊີ້ນຳມອບໃຫ້ແຕ່ລະແຂວງສັງລວມເປັນບົດລາຍງານໃຫ້ກົມຮັບຊາບ.

            ມາຮອດເວລາ 12 ໂມງ 00 ນາທີກໍ່ໄດ້ປິດກອງປະຊຸມລົງຢ່າງເປັນທາງການ.