ໃນຕອນເຊົ້າເວລາ 08:00 ນາທີ ຂອງວັນທີ 10 ມີນາ 2020, ໄດ້ຈັດກອງປະຊຸມກອງປະຊຸມວິຊາການວຽກກອງປະຊຸມການລົງຕິດຕາມ ແລະ ຊຸກຍູ້ວຽກງານແຜນການ ແລະ ການຮ່ວມມື ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ແລະ ສິ່ງແວດລ້ອມແຂວງຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງ ພະແນກຊັບພະ ຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານ ກອງປະຊຸມຂອງທ່ານ  ໜູການ ອິນທະປັນຍາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ, ຫົວໜ້າຂະແໜງຊັບພະຍາກອນນໍ້າ ອຸຕຸນິຍົມ-ອຸທົກກະສາດ, ຫົວໜ້າຂະແໜງ ສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ, ຫົວໜ້າຂະແໜງບໍລິຫານ-ການເງິນ, ຫົວໜ້າຂະແໜງຈັດຕັ້ງພະນັກງານ, ຮອງຫົວໜ້າຂະແໜງຕິດຕາມກວດກາຊັບພະຍາກອນ, ຫົວໜ້າຂະແນງແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ, ຫົວໜ້າຂະແໜງທີ່ດິນ,  ພ້ອມດ້ວຍວິຊາການ ລວມທັງໝົດ 18 ທ່ານ, ຍິງ 06 ທ່ານ.

ທ່ານຮອງຫົວໜ້າພະແນກ ຊສ ແຂວງໄດ້ຂື້ນ ກ່າວເປີດກອງປະຊຸມ ແລະ ພ້ອມທັງມີຄຳຄິຄຳເຫັນບາງບັນຫາ ຕໍ່ກອງປະຊຸມດັ່ງກ່າວ, ຫຼັງຈາກນັ້ນກົມແຜນການ ແລະ ການຮ່ວມມືໄດ້ກ່າວຈຸດປະສົງ ຕໍ່ກອງປະຊຸມກອງປະຊຸມຄັ໊ງນີ້ ພ້ອມນຳສະເໜີຂໍ້ຄົງຄ້າງ, ວຽກງານທີ່ຕ້ອງເອົາໃຈໃສ່ໃນການສ້າງແຜນການ 05 ປີ 2021-2025 ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອໃແຂວງ ແລະ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ x (2021-2025 ) ທີ່ຕິດພັນກັບຂະແໜງ ພຊສ ເວລາ 9:00 ນາທີແຕ່ລະຂະແໜງນຳສະເໜີຫຍໍ້ ກະກຽມແຜນການ 05 ປີ ພ້ອມດ້ວຍຂໍ້ຄົງຄ້າງ ແລະ ນຳສະເໜີຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ໂຄງການຍ່ອຍທີ່ໄດ້ຮັບທຶນ ກອງທຶນປົກປັກຮັກສາສິ່ງແວດລ້ອມ ລວມທັງທຶນທະນາຄານໂລກ ພ້ອມທັງປຶກສາຫາລືຖອດຖອນບົດຮຽນຮ່ວມກັນລະຫວ່າງກົມແຜນການ ແລະ ພຊສ,ສຂ.ໃນເວລາຕໍ່ມາກົມແຜນການ ແລະ ການຮ່ວມມື ກໍ່ໄດ້ນຳສະເໜີທິດທາງວຽກງານການຮ່ວມມືໃນພາກພື້ນ, ສາກົນ ແລະ ສົນທິສັນຍາພາຍໃນ ຂະແໜງ ຊສ ໃນຕໍ່ໜ້າ, ສັງລວມຂໍ້ຄົງຄ້າງ ແລະ ປຶກສາຫາລືແກ້ໄຂ ພ້ອມກຳນົດວຽກງານໃນຕໍ່ໜ້າມາຮອດເວລາ 11: 45 ນາທີ ທ່ານ  ໜູການ ອິນທະປັນຍາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ ກໍ່່ໄດ້ໂອ້ລົມໃຫ້ທິດຊີ້ນຳ ແກ່ຄະນະຂະແໜງອ້ອມຂ້າງພະແນກ ແລະ ພ້ອມດ້ວຍອ້າຍນ້ອງວິຊາການ ມາຮອດເວລາ 11:  50  ນາທີ ທ່ານຫົວໜ້າພະແນກ ຊສ ແຂວງ ກໍ່ ໄດ້ກ່າວ ຂອບໃຈ ແລະ ອ່ວຍພອນແຂກທີ່ເຂົ້າຮ່ວມກອງປະຊ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.

ຂໍຂອບໃຈ ຂໍ້ມູນຈາກ http://n-p-a-e-d.blogspot.com/