ຕອນເຊົ້າວັນທີ13ມີນາ2020 ກຳມະບານຮາກຖານພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບຮອງເອົາກຳມະບານຮາກຖານຂອງຕົນເປັນກຳມະບານຮາກຖານ 5 ເປັນເຈົ້າ ສະໄໝທີ2 ຄັ້ງທີII ຢ່າງເປັນທາງການ ທີ່ຫ້ອງປະຊຸມຂອງພະແນກການດັ່ງກ່າວ,ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງ ທັງເປັນຄະນະບໍລິຫານງານສະຫະພັນກຳມະບານແຂວງ,ມີບັນດາທ່ານໃນຄະນະພັກ,ຄະນະປະທານກຳມະບານຮາກຖານ,ແຂກຖຶກເຊີນ ຈາກພະແນກການອ້ອມຂ້າງແຂວງ ແລະພະນັກງານສະມາຊິກກຳມະບານເຂົ້າຮ່ວມ ຈຳນວນ 92 ຄົນ,ຍິງ 44 ຄົນ.
     
 
 
    ພິທີແມ່ນໄດ້ມີການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ5ເປັນເຈົ້າ ໃນໄລຍະ03ປີ ນັບແຕ່2017-2019 ແລະທິດທາງແຜນການ5ປີ ແຕ່2020-2024 ,ທົ່ວຮາກຖານມີສະມາຊິກກຳມະບານທັງໝົດ 157 ສະຫາຍ,ຍິງ 55 ສະຫາຍ.ສ່ວນການຕີລາຄາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5ເປັນເຈົ້າໃນແຕ່ລະດ້ານເຫັນວ່າ ວຽກງານໂຄສະນາສຶກສາອົບຮົມການເມືອງແນວຄິດ ສາມາດປະເມີນໄດ້ 85,99% ເປັນເຈົ້າປັບປຸງແບບແຜນການນຳພາແລະຂະຫຍາຍການຈັດຕັ້ງກຳມະບານ 85,80% ເປັນເຈົ້າປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງພະນັກງານ, ສະມາຊິກກຳມະບານປະເມີນໄດ້ 85,68% ເປັນເຈົ້າເຂົ້າຮ່ວມໃນການຕິດຕາມ,ກວດກາຄຸ້ມຄອງເສດຖະກິດ ວັດທະ ນະທຳ-ສັງຄົມປະເມີນໄດ້ 85,56% ແລະເປັນເຈົ້າການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ປະເມີນໄດ້ 85,59% ຜົນສະເລ່ຍຈາກການປະເມີນທັງໝົດໄດ້ 87,14%.ຈາກນັ້ນພິທີຍັງໄດ້ມີການມອບໃບຍ້ອງຍໍ,ໃບຊົມເຊີຍໃຫ້ບຸກຄົນດີເດັ່ນຈຳນວນ99ສະຫາຍ,ຍິງ 36 ສະຫາຍ ແລະໃບຊົມເຊີຍ ຈຳນວນ 47ສະຫາຍ,ຍິງ 24ສະຫາຍ.ພ້ອມນັ້ນຄະນະປະທານກອງປະຊຸມກໍ່ຍັງໄດ້ຖືໂອກາດເປັນກຽດມອບໃບຢັ້ງຢືນ ແລະ ທຸງໄຊນາມມະຍົດ ຮາກຖານ5ເປັນເຈົ້າ ພ້ອມທັງຮ່ວມກັນເປີດແຜ່ນປ້າຍ ຮາກຖານ 5 ເປັນເຈົ້າ ຢ່າງສົມກຽດອີກດ້ວຍ.