ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 19 ມີນາ 2020, ໄດ້ຈັດກອງປະຊຸມປຶກສາຫາລື ຄະນະກໍາມະການສິ່ງແວດລ້ອມຂັ້ນແຂວງປະຈຳປີ 2019 ຂອງ ພຊສ ແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ  ຮອງເຈົ້າແຂວງແຂວງສະຫັວນນະເຂດ ທັງເປັນປະທານ ຄະນະກຳມະການສິ່ງແວດລ້ອມຂັ້ນແຂວງ, ພ້ອມດ້ວຍແຂກເຂົ້າຮ່ວມມີທ່ານຮອງເຈົ້າເມືອງ, ຫົວໜ້າຫ້ອງການ ຊສ ເມືອງ ແລະ ພ້ອມດ້ວຍວິຊາການ ລວມທັງໝົດ 66 ທ່ານ, ຍິງ 09 ທ່ານ.

 

 ທ່ານ ທ່ອນແກ້ວ ພຸດທະໄກຍະລາດ  ຮອງເຈົ້າແຂວງແຂວງສະຫັວນນະເຂດ ກ່າວເປີດກອງປະຊຸມ ແລະ ພ້ອມທັງມີຄຳຄິດຄຳເຫັນບາງບັນຫາຕໍ່ກອງປະຊຸມ,  ໃນເວລາ 09: 00 ທ່ານ ອຸຄຳ ພູນປະກອນ ຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໄດ້ຂື້ນຜ່ານລາຍງານການເຄື່ອນໄຫວວຽກງານປີ 2019 ແລະ ວາງທິດທາງແຜນການ 2020 ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນກະທົບ ແລະ ວິທີການແກ້ໄຂ ພ້ອມທັງລາຍງານຜົນການລົງຕິດຕາມກວດກາຜົນກະທົບຕໍ່ສິ່ງແວດລ້ອມ ຂອງບັນດາໂຄງການລົງທຶນພາຍໃນແຂວງ ໃນໄລຍະຜ່ານມາ ແລະ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນກະທົບ ແລະ ວິທີການແກ້ໄຂ, ຫຼັງຈາກນັ້ນ ທ່ານ ເພັດສະໃຫມ ອິນແກ້ວດວງດີ ຫົວໜ້າຂະແໜງຕິດຕາມກວດກາ ໄດ້ສະເໜີລາຍງານກ່ຽວກັບຜູ້ປະກອບການ ໂຮງງານຖ່ານຂ່າວ ແລະ ຖ່ານດຳ ປີ 2019.ກອງປະຊຸມໄດ້ດຳ​ເນີນສຶບຕໍ່ໃຫ້ທຸກຟາກສ່ວນປະກອບຄຳຄິດຄຳເຫັນ ແລະ ມີວຽກງານທີ່ພົ້ນເດັ່ນຄື: ໃຫ້ເອົາໃຈໃສ່ການຄຸ້ມຄອງດ້ານສິ່ງແວດລ້ອມຄວນໃສ່ໃຈໃນການຫັນເປັນອຸດສະຫະກຳ-ກະສິກຳໃຫ່ມທັນສະໃຫມສະອາດ, ຄວນມີມາດຕະການໃນການຄຸ້ມຄອງສິ່ງແວດລ້ອມຢ່າງເຂັ້ມງວດ....ຕໍ່​ມາຕາງໜ້າໃຫ້ ພຊສ ໄດ້ສະເໜີລາຍງານການຈັດຕັ້ງປະຕິບັດ ແຜນດຳເນີນງານ ທາງດ້ານ ສິ່ງແວດລ້ອມ ໃນໄລຍະ 05 ປີ ຜ່ານມາ(2016-2020) ແລະ ສະຫຼຸບສັງລວມເນື້ອໃນຂອງກອງປະຊຸມ.

   ມາຮອດເວລາ 11:00 ນາທີ ປະທານກອງປະຊຸມ ກໍ່ໄດ້ຂື້ນໂອ້ລົມສັງລວມສະຫຼຸບ ບັນຫາທີ່ສະເໜີຕໍ່ກອງປະຊຸມຈົນຮອດເວລາ 11 ໂມງ 30  ນາທີ ທ່ານກໍ່ໄດ້ກ່າວຂອບໃຈ ແລະ ອ່ວຍພອນແຂກທີ່ເຂົ້າຮ່ວມກອງປະຊຸມ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.