ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 20 ເມສາ  2020, ໄດ້ຈັດກອງປະຊຸມປັບປຸງຮ່າງ ແລະ ເນື້ອໃນແຜນຈັດສັນທີ່ດິນ ແລະ ແຜນຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຄະນະພະແນກ, ຄະນະຂະແໜງການ ແລະ ວິຊາການເຂົ້າຮ່ວມລວມທັງໝົດ 16 ທ່ານ, ຍິງ 2 ທ່ານ.

         ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງກ່າວເປີດກອງປະຊຸມ ແລະ ພ້ອມທັງມີຄຳຄິດຄຳເຫັນບາງບັນຫາຕໍ່ກອງປະຊຸມ; ກອງປະຊຸມດັ່ງກ່າວໄດ້ດຳເນີນມາແຕ່ວັນທີ 20 ເມສາ ຮອດ 28 ເມສາ ເປັນເວລາ 06 ວັນ, ໂດຍການປັບປຸງຮ່າງ ແລະ ເນື້ອໃນຄັ້ງນີ້ ແມ່ນປະຕິບັດຕາມໜັງສືແຈ້ງການຂອງ ກົມທີ່ດິນ (ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເລກທີ 1179/ ກຊສ.ກທດ, ລົງວັນທີ 20 ເມສາ 2020)

       ມາຮອດເວລາ 16 ໂມງ 00 ນາທີ ຂອງວັນທີ 28 ເມສາ 2020  ປະທານກອງປະຊຸມກໍ່ໄດ້ກ່າວໂອ້ລົມໃຫ້ທິດຊີ້ນຳໂດຍສັງລວມສະຫຼຸບ ບັນຫາຕໍ່ກອງປະຊຸມຈົນຮອດເວລານາທີທ່ານໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.