ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 13 ພຶດສະພາ 2020, ພະແນກ ພຊສ ແຂວງ ໄດ້ເຂົ້າຮ່ວມ ກອງປະຊຸມທາງໄກ ( Video Conference ) ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີບັນດາ ຫົວໜ້າກົມ, ຮອງກົມ ຂອງກະຊວງ ຊສ ແລະ ບັນດາພະແນກການ ຊສ 17 ແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມ ຢ່າງພ້ອມພຽງ;

      ທີ່ປະຊຸມໄດ້ຮັບຟັງການລາຍງານສະພາບລວມ ແລະ ຜົນການເຄື່ອນໄຫວວຽກງານ ສຊ ໃນໄລຍະຜ່ານມາ, ທິດທາງໃນຕໍ່ໜ້າ ແລະ ສະພາບການຂັ້ນທ່້ອງຖິ່ນ ໃນໄລຍະເຝົ້າລະວັງ ຕ້ານພະຍາດ ສາຍພັນໃຫ່ມ ໂຄວິດ-19.

            ຈາກນັ້ນ, ໃນຕອນທ່ານລັດຖະມົນຕີ ໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ກອງປະຊຸມກ່ຽວກັບແຜນ ການຈັດຕັ້ງປະຕິບັດໃນຕໍ່ໜ້າ.

             ມາຮອດເວລາ 12 ໂມງ 00 ນາທີ ຂອງວັນທີ 13 ພຶດສະພາ 2020 ກອງປະຊຸມລົງຢ່າງເປັນ ທາງການ.