ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 20-21 ພຶດສະພາ 2020 ຄະນະກໍາມະການໜ່ວຍງານຄຸ້ມຄອງການທົດແທນ, ຈັດສັນຍົກຍ້າຍຄ່າເສຍຫາຍຂອງປະຊາຊົນຈາກໂຄງການ ກໍ່ສ້າງເຂື່ອນໄຟຟ້າເຊລະນອງ01  ຂັ້ນແຂວງ ແລະ ຂັ້ນເມືອງພ້ອມບໍລີສັດຜູ້ພັດທະນາໂຄງການ ເຂື່ອນໄຟຟ້າເຊລະນອງ 1, ເຊິ່ງຂັ້ນແຂວງຕ່າງໜ້າ ພຊສ ນຳພາໂດຍ ທ່ານ ອຸຄຳ ພູນປະກອນ ຫົວໜ້າຂະ ແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດພ້ອມຄະນະ 04 ທ່ານ, ຂັ້ນເມືອງ ທ່ານ ແພງມາ ຈັນທິລະນອງ ຫົວໜ້າຫ້ອງການ ຊສ ເມືອງນອງ ພ້ອມດ້ວຍຄະນະກຳມະການ 05 ທ່ານ, ໂດຍສົມທົບກັບບໍລີສັດຜູ້ພັດທະນາໂຄງການ ເຂື່ອນໄຟຟ້າເຊລະນອງ 1, ທັງໝົດ ຈຳນວນ 15 ທ່ານ  ໄດ້ລົງມອບເຂົ້າສານ, ໃຫ້ແກ່ປະຊາຊົນ 02 ບ້ານຄື: ບ້ານລະເບົານໍ້າ ຈຳນວນ 56 ຄວບຄົວ  ແລະ ບ້ານລອຍນໍ້າ ຈຳນວນ 32 ຄອບຄົວ;  ເຊີ່ງເປັນບ້ານຈັດສັນໃຫມ່ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງໂຄງການເຂື່ອນໄຟຟ້າເຊລະນອງ 01.

     ໃນການລົງມອບຄັ້ງນີ້ ປະກອບດ້ວຍເຂົ້າສານ, ປະຈຳງວດ 05-06, ເດືອນ 5-6-7-8-9-10 ປີ 2020, ມີເຂົ້າສານຈໍານວນ  52 ໂຕນ 416 ກິໂລກາມ ລວມມູນຄ່າເປັນເງິນທັງໝົດ 419,328,000 ກີບ, 02 ບ້ານນີ້ແມ່ນບ້ານ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງໂຄງການເຂື່ອນໄຟຟ້າເຊລະນອງ 01 ທາງນີ້ກໍ່ເພື່ອເຮັດໃຫ້ການຕອບສະໜອງທາງດ້ານສະບຽງອາຫານ ໃຫ້ພຽງພໍ ແລະ ທ່ວງທັນກັບໄລຍະເວລາທີ່ໄດ້ກຳນົດໄວ້.