ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 11 ມິຖຸນນາ 2020, ໄດ້ຈັດກອງປະຊຸມທາບທາມ ຜ່ານຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງສອງຄອນ ພາຍໃຕ້ເປັນປະທານຮ່ວມກອງປະຊຸມຂອງ ທ່ານ ປທ ລິນທອງ ບຸນທະມາລີ ຮອງເຈົ້າເມືອງໆສອງຄອນ ແລະ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີມີ ທ່ານຮອງເຈົ້າເມືອງ, ຫ້ອງການ ຊສເມືອງ, ຫ້ອງການໂຍທາເມືອງ, ຫ້ອງການກະສິກຳປ່າໄມ້ເມືອງ, ສະມາຊິກສະພາເມືອງ  ແລະ ພາກສ່ວນກ່ຽວຂ້ອງຂັ້ນເມືອງ 05 ເມືອງຄື: ເມືອງສອງຄອນ, ເມືອງຈຳພອນ, ເມືອງທ່າປາງທອງ, ເມືອງໄຊພູທອງ ແລະ ເມືອງຊົນນະບູລີ ພ້ອມດ້ວຍສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງຂອງເມືອງກອງເລຂາ ທັງໝົດ 38  ທ່ານ, ຍິງ 6 ທ່ານ.

          ທ່ານ ປທ ລິນທອງບຸນທະມາລີ ຮອງເຈົ້າເມືອງໆສອງຄອນກ່າວເປີດກອງປະຊຸມ ແລະ ພ້ອມທັງມີຄຳຄິດຄຳເຫັນບາງບັນຫາຕໍ່ກອງປະຊຸມ ແລະ  ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ມີຄຳເຫັນກ່ຽວກັບຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດແບບຮອບດ້ານ ແລະ   ໄດ້ມອບໃຫ້ກອງເລຂາສະເໜີຜ່ານຮ່າງ ແລະ ຂໍ້ມູນທ່າແຮງຂອງແຕ່ລະເມືອງ ຫຼັງຈາກນັ້ນກໍ່ໄດ້ໄດ້ເປີດໂອກາດໃຫ້ແຕ່ລະພາກສ່ວນປະກອບຄຳເຫັນຕໍ່ເນື້ອໃນຂອງບົດຢ່າງກວ້າງຂວາງ ເຊັ່ນ:ການກຳນົດຂອບເຂດເມືອງ ໃນປະຈຸບັນເຫັນວ່າ ຍັງບໍ່ທັນເປັນຂໍ້ມູນທີ່ລະອຽດ, ບໍ່ສາມາດກຳນົດເນື້ອທີດິນຂອງ 8 ປະເພດທີ່ເເນ່ນອນ ແລະ ສະເໜີເພີ່ມທ່າແຮງຂອງເມືອງຕື່ມ............ຫຼັງຈາກນັ້ນ ປະທານກໍ່ໄດ້ປະກອບຄຳເຫັນ ແລະ ມອບໃຫ້ກອງເລຂາສັງລວມ, ກວດກາ ເພື່ອປັບປຸງເພີ່ມຕື່ມຂໍ້ມູນຕາມຄວາມເປັນຈິງເຂົ້າໃນບົດຕື່ມອີກຄວາມເປັນເອກກະພາບ

         ກອງປະຊຸມໄດ້ດຳເນີນມາມາຮອດເວລາ 12 ໂມງ 00 ນາທີ ຂອງວັນທີ 11 ມິຖຸນາ 2020  ປະທານກອງປະຊຸມກໍ່ໄດ້ກ່າວໂອ້ລົມໃຫ້ທິດຊີ້ນຳໂດຍສັງລວມສະຫຼຸບ ພ້ອມທັງໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.