ໃນຕອນທ່ຽງ ເວລາ 13:30 ນາທີ ຂອງວັນທີ 12 ມິຖຸນນາ 2020, ໄດ້ຈັດກອງປະຊຸມທາບທາມ ຜ່ານຮ່າງແຜນຈັດສັນທີ່ດິນຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງອຸທຸມພອນ ພາຍໃຕ້ເປັນປະທານຮ່ວມກອງປະຊຸມຂອງ ທ່ານ ໂພຄຳ ແວວມະນີ ຮອງເຈົ້າເມືອງໆສອງຄອນ, ທ່ານ ບຸນເລື່ອນ ລາດຊະພົນ ສະມາຊິກສະພາ ປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ ອຸທຸມພອນ ແລະ ທ່ານ ບຸນຍອດ ນາມເສນາ  ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີມີ ທ່ານຮອງເຈົ້າເມືອງ, ຫ້ອງການ ຊສເມືອງ, ຫ້ອງການໂຍທາເມືອງ, ຫ້ອງການກະສິກຳປ່າໄມ້ເມືອງ,ສະມາຊິກສະພາປະຈຳເຂດເລືອກຕັ້ງຂອງເມືອງ  ແລະ ພາກສ່ວນກ່ຽວຂ້ອງໃນ1ນະຄອນ ແລະ  03 ເມືອງຄື: ນະຄອນໄກສອນ, ເມືອງໄຊບູລີ, ເມືອງອຸທຸມພອນ  ແລະ ເມືອງອາດສະພັງທອງ ພ້ອມດ້ວບກອງເລຂາ ທັງໝົດ 40  ທ່ານ, ຍິງ 5 ທ່ານ.

                 ປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມເພື່ອນຳສະເໜີເຜີຍແຜ່ ແລະ ສະເໜີຈຸດປະສົງທາບທາມຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານແຂວງສະຫັວນນະເຂດ ເພື່ອປັບປຸງເນື້ອໃນໃຫ້ມີຄວາມສົມບູນ ແລະ ຖືກຕ້ອງຊັດເຈນ ພາຍຫຼັງທີ່ປະທານກອງປະຊຸມໄດ້ກ່າວເປີດແລ້ວ ກໍ່ໄດ້ມອບໃຫ້ກອງເລຂາ ຄະນະກຳມະການ ຮ່າງແຜນຈັດສັນທີ່ດິນ ແລະ ສິ່ງແວດລ້ອມແບບຮອບດ້ານນຳສະເໜີກ່ຽວກັບ ຄວາມຂັ້ນຕອນການຈັດຕັ້ງປະຕິບັດ, ຄວາມສໍາຄັນ, ຫຼັກການ ເຫດຜົນ ແລະ ເນື້ອໃນ ຂອງຮ່າງແຜນຈັດສັນ ຫຼັງຈາກນັ້ນ ກໍ່ໄດ້ເປີດໂອກາດໃຫ້ແຂກທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດເຫັນຕໍ່ຮ່າງບົດລາຍງານດັ່ງກ່າວຢ່າງກວ້າງຂວາງເຊັ່ນ:ໃຫ້ປັບປຸງຂໍ້ມູນທ່າແຮງຂອງບັນດານະຄອນ ແລະ ເມືອງຕື່ມອີກ,  ການພັດທະນາເສດຖະກິດ-ສັງຄົມ(ການສ້າງສະໜາມບິນເຊໂນແມ່ນດຳເນີນການຕໍ່ຫຼືບໍ)ແລະ  ທີ່ດິນບໍລິເວນນໍ້າ ກວມເອົາເຂດແຄມຮ່ອງນໍ້າ.......ຫຼັງຈາກນັ້ນປະທານກອງປະຊຸມ ກໍ່ໄດ້ປະກອບຄຳເຫັນແນະນຳ ແລະ ມອບໃຫ້ຄະນະກອງເລຂາກວດກາປັບປຸງຄືນບັນດາຂໍ້ມູນ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ.

               ມາຮອດເວລາ 16 ໂມງ 00 ນາທີ ຂອງວັນທີ 12 ມິຖຸນາ 2020  ປະທານກອງປະຊຸມກໍ່ໄດ້ກ່າວໂອ້ລົມໃຫ້ທິດຊີ້ນຳໂດຍສັງລວມສະຫຼຸບ ບັນຫາຕ່າງໆຕໍ່ກອງປະຊຸມ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.