ໃນຕອນເຊົ້າເວລາ 08:00 ນາທີ ຂອງວັນທີ 07 ກໍລະກົດ  2020, ພະແນກ ພຊສ ແຂວງໄດ້ເຂົ້າຮ່ວມ ກອງປະຊຸມທາງໄກ ( Video Conference ) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີບັນດາຄະນະນຳກະຊວງ, ຫົວໜ້າກົມ, ຮອງກົມ, ຫ້ອງການຂອງ ກຊສ ສະຖາບັນ ແລະ ບັນດາພະແນກ ການ ຊສ 17 ແຂວງ ແລະ 01 ນະຄອນຫຼວງເຂົ້າຮ່ວມ ຢ່າງພ້ອມພຽງ, ເຊິ່ງໃນນັ້ນແຂວງສະຫັວນນະເຂດ ມີຄະນະພຊສ, ຫົວໜ້າ ແລະ ຮອງ 08 ຂະແໜງ, ກອງເລຂາ 1830ຈຂ,ສຂ ທັງໝົດ 15 ທ່ານ ຍິງ 02 ທ່ານ;

                    ປະທານກອງປະຊຸມ ໄດ້ຮັບຟັງການລາຍງານ ຜົນການເຄື່ອນໄຫວວຽກງານການຂື້ນທະບຽນອອກໃບຕາດິນ 06 ເດືອນຕົ້ນປີ 2020 ແລະ ແຜນອອກໃບຕາດິນຮອດປີ 2025, ວຽກງານສ້າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງທົ່ວປະເທດ

                  ທ່ານລັດຖະມົນຕີໄດ້ສະເໜີໃຫ້ພະແນກ ຊສ ແຕ່ລະແຂວງລາຍງານສະພາບການອອກໃບຕາດິນ, ການສ້າງນິຕິກຳ ແລະ ມີຄຳເຫັນຕໍ່ໂຄງປະກອບການຈັດຕັ້ງ ຂອງພຊສ ແລະ ຫຊສແຕ່ລະພະແນກການ, ຈາກນັ້ນປະທານກອງປະຊຸມກໍ່ໄດ້ເປີດໂອກາດໃຫ້ການນຳຂັ້ນກະຊວງ ຊີ້ແຈງຕໍ່ຄຳຊັກຖາມຕ່າງໆ ຂອງບັນດາ ພຊສ ແຂວງ,

                ໃນຕອນທ້າຍຂອງກອງປະຊຸມ ທ່ານລັດຖະມົນຕີ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ຕໍ່ກັບວຽກງານ ຊສ ໃນຕໍ່່ໜ້າໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ.

                  ມາຮອດເວລາ 16 ໂມງ 30 ນາທີ ຂອງວັນດຽວກັນ  ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.