ໃນເວລາ 13 ໂມງ 30 ນາທີ ຂອງວັນທີ 27 ສິງຫາ 2020, ໄດ້ຈັດກອງປະຊຸມປຶກສາຫາລື, ແລກປ່ຽນກ່ຽວກັບ (ຮ່າງ) ຂໍ້ຕົກລົງວ່າດ້ວຍ ແຜນຈັດສັນທີ່ດິນ ແລະ ແຜນຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຄະນະພະແນກ, ຄະນະຂະແໜງການ ແລະ ກອງເລຂາເຂົ້າຮ່ວມລວມທັງໝົດ 15 ທ່ານ, ຍິງ 2 ທ່ານ.

              ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງກ່າວເປີດກອງປະຊຸມ ແລະ ພ້ອມທັງມີຄຳຄິດຄຳເຫັນບາງບັນຫາຕໍ່ກອງປະຊຸມ ພ້ອມສະເໜີໃຫ້ແຕ່ລະຟາກສ່ວນປະກອບຄຳເຫັນຄຳເຫັນ ເພື່ອປັບປຸງ ຮ່າງຂໍ້ຕົກລົງ ແລະ ເນື້ອໃນຄັ້ງນີ້ ແມ່ນປະຕິບັດຕາມທິຊີ້ນຳຂອງຂັ້ນເທິງ.

              ມາຮອດເວລາ 15 ໂມງ 30 ນາທີ ຂອງວັນດຽວກັນ ປະທານກອງປະຊຸມກໍ່ໄດ້ກ່າວໂອ້ລົມໃຫ້ທິດຊີ້ນຳໂດຍສັງລວມສະຫຼຸບ ບັນຫາຕໍ່ກອງປະຊຸມ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.