ໃນຕອນເຊົ້າ ຂອງວັນທີ 08 ກັນຍາ  2020 ຄະນະກໍາມະການໜ່ວຍງານຄຸ້ມຄອງການທົດແທນ, ຈັດສັນຍົກຍ້າຍປະຊາຊົນຈາກໂຄງການ ກໍ່ສ້າງເຂື່ອນໄຟຟ້າເຊລະນອງ01  ຂັ້ນແຂວງ ແລະ ຂັ້ນເມືອງນອງພ້ອມບໍລີສັດຜູ້ພັດທະນາໂຄງການ ເຂື່ອນໄຟຟ້າເຊລະນອງ 1 ເຊິ່ງຂັ້ນແຂວງຕ່າງໜ້າ ພຊສ ນຳພາໂດຍ ທ່ານ ອຸຄຳ ພູນປະກອນ ຫົວໜ້າຂະ ແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດພ້ອມຄະນະ ຄະນະພະແນກກະສິກຳ-ປ່າໄມ້ແຂວງ ພ້ອມດ້ວຍວິຊາການ, ຄະນະພະແນກພະລັງງານ-ບໍ່ແຮ່ ພ້ອມດ້ວຍວິຊາການ ທ່ານ ຄໍາທະຫວິນ ຫົວໜ້າຫ້ອງການ ຊສ ເມືອງນອງ ພ້ອມດ້ວຍຄະນະກຳມະການ ກັບບໍລີສັດຜູ້ພັດທະນາໂຄງການ ເຂື່ອນໄຟຟ້າເຊລະນອງ 1 ພ້ອມດ້ວຍອໍານາດການປົກຄອງ ແລະ ປະຊາຊົນໃນ 2 ບ້ານເຂົ້າຮ່ວມ.

          ເຊີ່ງໃນການມອບໃນຄັ້ງນີ້ແມ່ນເປັນຄັງທີ II ຕາມແຜນການປັບປຸງອາຊິບຂອງພະແນກກະສີກໍາ ແລະ ປ່າໄມ້ແຂວງ ເພື່ອຈະເຮັດໃຫ້ປະຊາຊົນບ້ານ ລອຍນໍ້າ ແລະບ້ານ ລະເບົານໍ້າ ປັບປຸງວຽກງານການປູກ ການລ້ຽງ. ເພື່ອໃຫ້ມີຄວາມຍືນຍົງພາຍຫຼັງມີໂຄງການດັ່ງກ່າວເປັນໄລຍະຄ່າປະເມີນເຊີ່ງຈໍານວນເງີນທີ່ມອບໃນຄັ້ງນີ້ທັງໜົດ: 649.211.450 ກີບ ເຊີ່ງມາຮອດປະຈຸບັນນີ້ແມ່ນຢູ່ໃນໄລຍະການຕິດຕາມ,ກວດກາປັບປຸງການອົບຮົບວິທີການປູກ. ການລ້ຽງເປັນທັ້ງນໍາພາຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ໂຄງການດັ່ງກ່າວສໍາເລັດຕາມແຜນການວາງອອກທັງເຮັດໃຫ້ຊິວິດການເປັນຢູ່ຂອງປະຊາຊົນ 2 ບ້ານດັ່ງກ່າວດີຂື້ນ.