ໃນເວລາ 08ໂມງ 00 ນາທີ  ຂອງວັນທີ 01 ເດືອນຕຸລາ 2020 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງຈໍາພອນ, ແຂວງສະຫັວນນະເຂດ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ຈໍາພອນ ໄດ້ຈັດໃຫ້ມີກອງປະຊຸມສະຫຼຸບວຽງານ ໃນໄລຍະ 9 ເດືອນ ຜ່ານມາ ແລະ ວາງແຜນການຈັດຕັ້ງປະຕິບັດ ວຽງານ ໃນໄລຍະ 3 ເດືອນ ທ້າຍປີ, ໂດຍການເປັນປະທານ ຂອງທ່ານ ຄໍາລຸຍ ຍາດຕິວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ຈໍາພອນ ແລະ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ທີ່ໄດ້ ເປັນກຽດເຂົ້າຮ່ວມ.

       ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ວຽງານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນໄລຍະ 9 ເດືອນ ຜ່ານມາ ແລະ ທິດທາງແຜນການ 3 ເດືອນ ທ້າຍປີ 2020 ຈາກ ທ່ານ ທອງສາ ອິນທິສານ ຫົວໜ້າ ຫ້ອງການ ຊສ ເມືອງ,​ ການສະຫຼຸບລາຍງານໃນຄັ້ງນີ້ ແມ່ນໄດ້ຍົກໃຫ້ ເຫັນ ຜົນງານ ການຈັດຕັ້ງປະຕິບັດ ວຽກງານ ການອອກໃບຕາດິນ ແລະ ວຽງານການຄຸ້ມຄອງ ສິ່ງແວດລ້ອມ  ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ບັນຫາອື່ນໆ ລວມທັງ ຂໍ້ສະດວກຂໍ້ຫຸ້ຍງຍາກ ແລະ ບັນຫາທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າ , ພາຍຫຼັງທີ່ໄດ້ ຮັບຟັງການລາຍງານແລ້ວ ໃນກອງປະຊຸມກໍ່ໄດ້ ເປີດໂອກາດ ໃຫ້ ບັນດາຜູ້ແທນ ເຂົ້າຮ່ວມປະກອບຄໍາຄິດຄໍາເຫັນ ໃສ່ຮ່າງບົດສະຫຼຸບ ເພື່ອຊອກແນວທາງການແກ້ໄຂໃນຂັ້ນ ຕໍ່ໄປ. ເພື່ອເຮັດໃຫ້ບັນດາຄາດໜາຍແຜນການປະຈໍາປີບັນລຸຜົນສໍາເລັດເປັນຢ່າງສູງ

         ກອງປະຊຸມດຳເນີນມາຮອດເວລາ 11 ໂມງ   30 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ