ໃນເວລາ 08ໂມງ 00 ນາທີ  ຂອງວັນທີ 02 ເດືອນຕຸລາ 2020 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງຈໍາພອນ, ແຂວງສະຫັວນນະເຂດ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ສອງຄອນ ໄດ້ຈັດໃຫ້ມີກອງປະຊຸມສະຫຼຸບວຽງານ ໃນໄລຍະ 9 ເດືອນ ຜ່ານມາ ແລະ ວາງແຜນການຈັດຕັ້ງປະຕິບັດ ວຽງານ ໃນໄລຍະ 3 ເດືອນ ທ້າຍປີ, ໂດຍການເປັນປະທານກອງປະຊຸມ ສະຫລູບ ວງກງານ ປະຈໍາ 9 ເດືອນ ແລະວາງແຜນ 3ເດືອນ ທ້າຍປີ 2020 ຂອງຫ້ອງການຊສ ເມືອງ ສອງຄອນ ໂດຍການເປັນປະທ່ານ ຂອງ ທ່ານ ລໍາຄູນ ວີລະວົງ ເລຂາພັກເມືອງ ເຈົ້າເມືອງ ສອງຄອນ ແລະ ທ່ານ ພູທອນ ຍອດບຸນເຮືອງ ຫົວຫ້ນາ ພຊສ ແຂວງ,

         ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ວຽງານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນໄລຍະ 9 ເດືອນ ຜ່ານມາ ແລະ ທິດທາງແຜນການ 3 ເດືອນ ທ້າຍປີ 2020 ຈາກ ທ່ານ ສີສະອາດ ພັນທະວົງ ຫົວໜ້າຫ້ອງການ ຊສ ເມືອງ,​ ການສະຫຼຸບລາຍງານໃນຄັ້ງນີ້ ແມ່ນໄດ້ຍົກໃຫ້ ເຫັນ ຜົນງານ ການຈັດຕັ້ງປະຕິບັດ ວຽກງານ ການອອກໃບຕາດິນ ແລະ ວຽງານການຄຸ້ມຄອງ ສິ່ງແວດລ້ອມ  ການຄຸ້ມຄອງຊັບພະຍາກອນນໍ້າ ແລະ ບັນຫາອື່ນໆ ລວມທັງ ຂໍ້ສະດວກຂໍ້ຫຸ້ຍງຍາກ ແລະ ບັນຫາທີ່ຈະຕ້ອງໄດ້ແກ້ໄຂໃນຕໍ່ໜ້າ , ພາຍຫຼັງທີ່ໄດ້ ຮັບຟັງການລາຍງານແລ້ວ ໃນກອງປະຊຸມກໍ່ໄດ້ ເປີດໂອກາດ ໃຫ້ ບັນດາຜູ້ແທນ ເຂົ້າຮ່ວມປະກອບຄໍາຄິດຄໍາເຫັນ ໃສ່ຮ່າງບົດສະຫຼຸບ ເພື່ອຊອກແນວທາງການແກ້ໄຂໃນຂັ້ນຕໍ່ໄປ. ເພື່ອພ້ອມກັນສູ້ຊົນເຮັດໃຫ້ບັນດາວຽກງານຕ່າງໆບັນລຸຕາມຄາດໜາຍແຜນການວາງອອກ

      ກອງປະຊຸມດຳເນີນມາຮອດເວລາ 11 ໂມງ   30 ນາທີຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ