ໃນວັນທີ 04 ພະຈິກ 2020 ທີ່ຜ່ານມາພະແນກພຊສ ແຂວງໄດ້ຮ່ວມກັບການນຳຂັ້ນແຂວງລົງຕິດຕາມ ແລະ ຢ້ຽມຢາມມອບເຄື່ອງໃຫ້ແກ່ປະຊາຊົນເມືອງນອງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໜັກໃນໄລຍະເດືອນຜ່ານມາ, ພາຍໄຕ້ການຕ້ອນຮັບຂອງຄະນະນຳຂອງເມືອງນອງ, ເພື່ອເປັນຂັວນກໍາລັງໃຈ ເພື່ອຊ່ວຍເຫຼືອ ແລະ ແກ້ໄຂຜົນກະທົບໃນເບື້ອງຕົ້ນ ຄະນະຊີ້ນຳຂັ້ນແຂວງ ໄດ້ມອບເຄື່ອງຊ່ວຍເຫຼືອ ເພື່ອເປັນການແບ່ງປັນນໍ້າໃຈ ຊ່ວຍປະຊາຊົນທີ່ຖືກຜົນກະທົບໃນຄັ້ງນີ້ປະກອບດ້ວຍເຄື່ອງນຸ່ງຮົ່ມ, ເຂົ້າສານອາຫານແຫ້ງ ພ້ອມດ້ວຍນໍ້າດືມ ຈຳນວນໜຶ່ງມອບໃຫ້ແກ່ການນຳເມືອງນອງເພື່ອນຳໄປແຈກຢາຍແກ່ປະຊາຊົນ

    ຫຼັງຈາກນັ້ນ ຄະນະຊີ້ນຳຂັ້ນແຂວງ ຮ່ວມກັບເມືອງ ກໍ່ໄດ້ລົງຕິດຕາມເບິ່ງສະພາບຜົນເສຍຫາຍຈາກຜົນກະທົບໄຟນໍ້າຖ້ວມທີ່ເມືອງນອງ ຕາມຈຸດຕ່າງໆທີ່ເກີດເປ້ເພເສຍຫາຍ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງຂື້ນແຜນແກ້ໄຂຢ່າງເລັ່ງດ່ວນ ໂດຍສະເພາະ ເພິ່ນໄດ້ລົງຢ້ຽມຢາມບ້ານຜູ້ໄທ ພ້ອມໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນພາຍໃນບ້ານ ຈຳນວນໜຶ່ງ ແລະ ໄດ້ໂອລົມໃຫ້ກຳລັງໃຈແກ່ປະຊາຊົນເຂດບ້ານດັງກ່າວ.