ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ  09 ທັນວາ 2020, ໄດ້ຈັດກອງປະຊຸມປຶກສາຫາລື, ປະກອບ ຄໍາເຫັນໃສ່ຮ່າງບົດລາຍງານສະພາບມົນລະພິດ ຂອງແຂວງສະຫັວນນະເຂດ, ຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານ ກອງປະຊຸມຂອງ ທ່ານ ສີວັນນະກອນ ມາລີວັນ ຮອງຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ກຊສ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້້ປະກອບດ້ວຍຄະນະ 08 ຂະແໜງ ການອ້ອມຂ້າງ ພຊສ, ພ້ອມດ້ວຍວິຊາການ ລວມທັງໝົດ 19 ທ່ານ, ຍິງ 04 ທ່ານ.

        ທ່ານ ສີວັນນະກອນ ມາລີວັນ ຮອງຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ກຊສ, ໄດ້ກ່າວເປີດກອງປະຊຸມ, ຕາງໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ກຊສ ໄດ້ສະເໜີບົດລາຍງານສະພາບມົນລະພິດຕໍ່ກອງປະຊຸມ ຫຼັງຈາກນັ້ນ ກອງປະຊຸມກໍ່ໄດ້ເປີດກ້ວາງໃຫ້ແຂກຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຕໍ່ຮ່າງບົດລາຍງານເຊັ່ນ: ການກຳຈັດຂີ້ເຫຍື່ອປະເພດເຂັມສັກຢາ ຄວນປ່ຽນຈາກຝັງເປັນຈູດທຳລາຍແທນ, ການກຳນົດຂອບເຂດກຳຈັດຂີ້ເຫຍື່ອຂອງແຕ່ລະເມືອງ....ຫຼັງຈາກນັ້ນປະທານກອງປະຊຸມກໍ່ໄດ້ສັງລວມຜົນກອງປະຊຸມ ແລະ ສັງລວມບັນຫາທີ່ສະເໜີ ແລະ ສຳລັບຂໍ້ມູນທີ່ຍັງບໍ່ທັນຄົບຖ້ວນແນະນຳໃຫ້ພະແນກການທີ່ກ່ຽວຂ້ອງປັບປຸງດັດແກ້ເນື້ອໃນໃຫ້ສົມບູນຕື່ມ.

        ມາຮອດເວລາ 11 ໂມງ 30 ນາທີ ປະທານກອງປະຊຸມ ກໍ່ໄດ້ກ່າວຂອບໃຈ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.