ໃນຕອນບ່າຍຂອງວັນທີ 04 ທັນວາ 2020 ແຂວງສະຫັວນນະເຂດ ໄດ້ຈັດງານເທດສະການສະຫັວນສຸກສັນຫັນສາ ປະຈຳປີ 2020 ຂື້ນທີ່ຕະຫຼາດກາງຄືນ ຂອງແຂວງສະຫັວນນະເຂດ, ໂດຍການເປັນປະທານ ຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫັວນນະເຂດ, ທ່ານ ວຽງທະວີສອນ ເທບພະຈັນ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽງວັດທະນະທຳສັງຄົມ, ມີບັນດາການນຳຂັ້ນແຂວງ, ຄະນະນຳນະຄອນໄກສອນພົມວິຫານ, ພະແນກການອ້ອມຂ້າງ ແລະ ບັນດາການນຳເມືອງຕ່າງໆ ຕະຫຼອດຮອດພໍ່່ແມ່ພີ່ນ້ອງປະຊາຊົນກໍ່່ໄດ້ເຂົ້່້າຮ່ວມເປີດງານ, ໃນເທດສະການດັ່ງກ່າວ ພະແນກ ຊສ ແຂວງ ກໍ່ໄດ້ແຕ່ງຕັ້ງຄະນະຂະແໜງ, ພ້ອມດ້ວຍວິຊາການ ແລະ ອາສາສະໝັກ ເຂົ້າຮ່ວມຕັ້ງບູດ ເພື່ອການໂຄສະນາປະຊາສຳພັນດ້ານການຮັກສາສິ່ງແວດລ້ອມ ໃນການຄຸ້ມຄອງ ແລະ ຈັດສັນຂີ້້ເຫຍື່ອ ພາຍໃນເທດສະການສະຫັວນສຸກສັນຫັນສາ ຈຳນວນ30 ທ່ານ, ໃນກິດຈຳກໍາດັ່ງກ່າວ ປະກອບດ້ວຍການຖາມ-ຕອບ ເອົາຂອງທີ່ລະນຶກຈາກ ພຊສ ມີ: ຖົງຜ້າ, ຈອກຢາງ,ຕຸກໃສ່ນໍ້າ, ຕຸກໃສນໍ້າ,ພວງຫ້ອຍກະແຈ ແລະ ເສື້ອຍດ, ນອກຈາກນັ້ນ ໃນທຸກໆຊົ່ວໂມງ ອາສາສະໝັກຈະມີການໂຄສະນາ 10 ຄວາມຈິງ,10 ຂໍ້ມູນທີ່ຖືກຕ້ອງກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ມາດຕະຖານ ແລະ ຕົວຊີ້ວັດສີຂຽວສະອາດງາມຕາ.

     

   ຜ່ານການຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວ ສາມາດສັງເກດໄດ້ວ່າເຮັດໃຫ້ຜູ້ເຂົ້າຮ່ວມທ່ຽວກງານມີຄວາມຕື່ນໂຕໃນການຮັກສາຄວາມສະອາດ, ຫຼຸດຜ່ອນອັດຕາການຖິ້ມຂີ້ເຫຍື່ອຊະຊາຍ, ຜູ້ເຂົ້າຮ່ວມງານມີຄວາມສົນໃຈການໃຫ້ຄວາມຮູ້ການປົກປັກຮັກສາສິ່ງແວດລ້ອມ, ທຽບໃສ່ງານສຸກສັນສະຫັວນຫັນສາຄັ້ງທີ 1 ເຫັນວ່າຄັ້ງທີ 2 ນີ້ມີຜົນໄດ້ຮັບໃນການໂຄສະນາມີຄວາມສະດວກ ແລະ ຜູ້ປະກອບການໃຫ້ການຮ່ວມມື ແລະ ການສົ່ງຄວາມຮູ້ໃນ 10 ຄວາມຈິງຂອງການໂຄສະນາຂອງອາສາສະຫມັກເຫັນໄດ້ວ່າຜູ້ທ່ຽວຊົມງານມີຄວາມສົນໃຈເປັນຈຳນວນຫຼາຍ.

     ກິດຈະກຳເພື່ອການໂຄສະນາປະຊາສຳພັນດ້ານການຮັກສາສິ່ງແວດລ້ອມ ໃນການຄຸ້ມຄອງ ແລະ ຈັດສັນຂີ້້ເຫຍື່ອ ພາຍໃນເທດສະການສະຫັວນສຸກສັນຫັນສາ ໄດ້ດຳເນີນມາເປັນເວລາ  03 ວັນ, ມາຮອດ ເວລາ 22ໂມງ30ນາທີ ຂອງວັນທີ 06 ທັນວາ 2020 ງານດັ່ງກ່າວກໍ່ໄດ້ປິດລົງຢ່າງເປັນທາງການ.