ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ  10 ທັນວາ 2020, ໄດ້ຈັດກອງປະຊຸມສໍາມະນາຜ່ານຮ່າງ ແຜນຈັດສັນທີ່ດິນເບື້໊ອງຕົ້ນ ຂອງແຂວງສະຫັວນນະເຂດ, ຢູ່ທີ່ຫ້ອງປະຊຸມຊັ້ນ3 ຂອງ ພະແນກໂຍທາທິການແຂວງ, ພາຍໃຕ້ເປັນປະທານ ກອງປະຊຸມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ  ຮອງເຈົ້າແຂວງໆສະຫັວນນະເຂດ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ທີ13, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ 1ນະຄອນ ແລະ 14 ເມືອງ, ຄະນະພະແນກການອ້ອມຂ້າງ ແລະ ກອງເລຂາ ທັງໝົດ 70 ທ່ານ, ຍິງ 20 ທ່ານ.

     

       ທ່ານ ທ່ອນແກ້ວ ພຸດທະໄກຍະລາດ  ຮອງເຈົ້າແຂວງໆສະຫັວນນະເຂດ, ໄດ້ກ່າວເປີດກອງປະຊຸມ ແລະ ຈຸດປະສົງຂອງກອງປະຊຸມ, ມອບໃຫ້ ທ່ານ ພູທອນ ຍອກບຸນເຮືອງ ຫົວໜ້າ ພະແນກ ຊສ ໄດ້ສະເໜີບົດຂັດຫໍ້ຍຮ່າງແຜນຈັດສັນທີ່ດິນ ຂັ້ນເບື້ອງຕົ້ນ ຕໍ່ກອງປະຊຸມ ຫຼັງຈາກນັ້ນ ກອງປະຊຸມກໍ່ໄດ້ເປີດກ້ວາງໃຫ້ຜູ້ແທນ ແລະ ແຂກທີ່ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຕໍ່ຮ່າງແຜນຈັດ ຫຼັງຈາກນັ້ນປະທານກອງປະຊຸມກໍ່ໄດ້ສັງລວມຜົນກອງປະຊຸມ ແລະ ສັງລວມບັນຫາທີ່ສະເໜີ ແລະ ສຳລັບຂໍ້ມູນທີ່ຍັງບໍ່ທັນຄົບຖ້ວນແນະນຳໃຫ້ກອງເລຂາປັບປຸງດັດແກ້ເນື້ອໃນໃຫ້ສົມບູນຕື່ມ ພ້ອມກັນນັ້ນກອງປະຊຸມກໍ່ເຫັນດີເປັນເອກກະພາບ ນຳແຜນດັ່ງກ່າວ ເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອ 10 ຂອງສະພາປະຊາຊົນແຂວງ ຊຸດທີ I.

       ມາຮອດເວລາ 12 ໂມງ 00 ນາທີ ປະທານກອງປະຊຸມ ກໍ່ໄດ້ກ່າວຂອບໃຈ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.