ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 22 ທັນວາ  2020, ພະແນກ ພຊສ ແຂວງໄດ້ເຂົ້າຮ່ວມ ກອງປະຊຸມທາງໄກ ( Video Conference ) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີບັນດາ ຫົວໜ້າກົມ, ຮອງກົມ ຂອງ ກຊສ ແລະ ບັນດາພະແນກ ການ ຊສ 17 ແຂວງ ແລະ 01 ນະຄອນຫຼວງເຂົ້າຮ່ວມ ພ້ອມດ້ວຍຫົວໜ້າ 08 ຂະແໜງ ອ້ອມຂ້າງພະແນກ ພຊສ ແລະ ນະຄອນຫຼວງຢ່າງພ້ອມພຽງ;

     

     ປະທານກອງປະຊຸມ ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ພາລະບົດບາດໃຫ່ມຂອງ ພຊສ ແຂວງ, ນະຄອນຫຼວງ ແລະ ພາລະບົດບາດ ຫຊສ ເມືອງ, ນະຄອນ ໃນທົ່ວປະເທດ, ຫຼັງຈາກນັ້ນ ບັນດາກົມຕ່າງໆກໍ່ໄດ້ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມດັ່ງກ່າວ, ຫຼັງຈາກນັ້ນທ່ານ ລັດຖະມົນຕີ ກໍ່ໄດ້ໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ ສັງລວມບັນຫາຂອງແຕ່ລະແຂວງ, ແນະນຳໃຫ້ຂັ້ນແຂວງລົງຊຸກຍູ້ ຫຊສ ເມືອງທາງດ້ານແນວຄິດ ແນະນຳໃຫ້ແຕ່ລະແຂວງເລັ່ງຜັນຂະຫຍາຍ ແລະ ຈັດຕັ້ງການໂຮມຂະແໜງການຂັ້ນແຂວງ ແລະ ເມືອງໃຫ້ສຳເລັດ.

      ມາຮອດເວລາ 12 ໂມງ 00 ນາທີ ຂອງວັນທີ 22 ທັນວາ 2020  ກອງປະຊຸມລົງຢ່າງເປັນທາງການ.