ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 14 ທັນວາ 2020 ໄດ້ເຂົ້າຮ່ວມກອງປະຊຸມສະໃຫມສາມັນເທື່ອທີ 10 ປະຊາຊົນຂອງແຂວງ ສະຫັວນນະເຂດ ຊຸດທີ 01 ຢູ່ທີ່ຫ້ອງປະຊຸມທີ່ຫໍວັດຖະນະທຳ ໄກສອນພົມວິຫານ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ປອ ຄໍາເຜີຍ ຜັນທະຈອນ  ປະທານສະພາປະຊາຊົນແຂວງ,  ເຂົ້າຮ່ວມມີທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ.ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13,ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ, ທ່ານຮອງເຈົ້າແຂວງ, ອາດີດການນໍາຂອງແຂວງ, ມີການນຳຜູ້ອາວຸໂສຂອງແຂວງ, ສະມາຊິກສະພາປະຊາຊົນແຂວງ, ເຈົ້ານະຄອນໄກສອນພົມວິຫານ, ບັນດາທ່ານເຈົ້າເມືອງ, ຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມນຳ, ສາຖາບັນການສຶກສາ ແລະ ນັກທຸລະກິດເຂົ້າຮ່ວມ.

        ໂດຍກອງປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດ ຕັ້ງປະຕິບັດແຜນພັດຖະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 10 ເດືອນ,  ທ່ານ ປອ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງ ໄດ້ກ່າວສູນທອນພົດໄຂກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ສະຫວັນນະເຂດຊຸດທີ I ຈະໄດ້ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຕ່າງໆຂອງແຂວງ ເປັນຕົ້ນແມ່ນ: ໂດຍກອງປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດຖະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 10 ເດືອນ, ຮັບຟັງການລາຍງານຂອງທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຮັບຟັງການລາຍງານ ຂອງທ່ານຫົວໜ້າພະແນກການເງິນແຂວງ, ພິຈາລະນາຮັບຮອງເອົາບົດລາຍງານຂອງອົງການກວດສອບປະຈຳພາກກາງ, ຮັບຟັງການລາຍງານ ຂອງທ່ານປະທານກວດກາພັກລັດ...

         ໃນວັນທີ 17 ທັນວາ 2020 ກອງປະຊຸມກໍ່ໄດ້ພິຈາລະນາ ແລະ ຮັບຮອງເອົາແຜນຈັດສັນທີ່ດິນ ຂັ້ນເບື້ອງຕົ້ນຂອງແຂວງສະຫັວນນະເຂດເຊິ່ງລາຍງານໂດຍ ທ່ານ ພູທອນຍອດບຸນເຮືອງ ຫົວໜ້າພະແນກ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ  ເຊິ່ງສະເໜີຈຸດປະສົງຂອງການສ້າງແຜນຈັດສັນທີ່ດິນຂອງແຂວງສະຫັວນນະເຂດ, ຜ່ານການລົງຄະແນນສຽງ ສະພາແມ່ນເຫັນດີຮັບຮອງເອົາແຜນດັ່ງກ່າວ ດ້ວຍຄະແນນທັງຫົມດ 45 ທ່ານ ເຫັນດີ 41 ທ່ານ ແລະ ບໍ່ເຫັນດີ 4 ທ່ານ,

         ພ້ອມນີ້, ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານ ແລະ ການຊີ້ແຈງຈາກອົງການປົກຄອງແຂວງບັນດາພະແນກການຈໍານວນໜຶ່ງ ໃນປະເດັນທີ່ບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ມີຄວາມສົນໃຈ ແລະ ເພື່ອຮັບປະກັນທາງດ້ານເນື້ອໃນຂອງການນຳເດີນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ I ໃຫ້ບັນລຸຕາມຄາດໝາຍ ແລະມີຄຸນນະພາບນັ້ນ, ທ່ານ ປອ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສະ  ໜອງຂໍ້ມູນ ແລະ ໃຫ້ການຮ່ວມມືຕໍ່ບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມເທື່ອນີ້ ຮຽກຮ້ອງມາຍັງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການຄົ້ນຄວ້າ, ປະກອບຄຳເຫັນ ຕໍ່ບັນຫາຕ່າງໆ ຢ່າງຖີ່ຖ້ວນ, ພາວະວິໄສ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍ, ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ, ພ້ອມທັງສະເໜີວິທີການແກ້ໄຂຕໍ່ອົງການປົກຄອງແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ເພື່ອເຮັດໃຫ້ເນື້ອໃນທີ່ນຳເຂົ້າພິຈາລະນາ, ຮັບຮອງໃນຄັ້ງນີ້ມີຄຸນນະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີຜົນສັກສິດ.

       ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຊຸດທີ 1 ໄດ້ດໍາເນີນໄປເປັນເວລາ 5 ວັນຮອດວັນທີ 18 ທັນວາ 2020 ຈຶ່ງສຳເລັດ.