ໃນເວລາ 08 ໂມງ 30 ນາທີ ຂອງວັນທີ 28 ທັນວາ  2020, ໄດ້ຈັດກອງປະຊຸມກອງປະຊຸມລາຍງານການຈັດຕັ້ງປະຕິບັດໂຄງການສຶກສາ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ເຂດອ່າງນໍ້າຍ່ອຍເຊທ່າມວກ ແຂວງສະຫັວນນະເຂດຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານຮ່ວມກອງປະຊຸມຂອງ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ສຸນະເດດ ສຸກຈະເລີນ ຮອງຫົວໜ້າກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂຄງການ WRM-025-SVK, ພາກສ່ວນສູນກາງ, ຫ້ອງການ ຊສ 04 ເມືອງເປົ້າຫມາຍ(ເມືອງພີນ, ເມືອງວິລະບູລີ, ເມືອງເຊໂປນ ແລະ ເມືອງ ຊົນນະບູລີ), ຄະນະ07 ຂະແໜງການ ແລະ ວິຊາການເຂົ້າຮ່ວມລວມທັງໝົດ 25 ທ່ານ, ຍິງ 03 ທ່ານ.

          ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງກ່າວເປີດກອງປະຊຸມ ແລະ ພ້ອມທັງມີຄຳຄິດຄຳເຫັນບາງບັນຫາໃນວຽກງານການຄຸ້ມຄອງຊັບພະຍາກອນນໍ້າໂດຍລວມຕໍ່ກອງປະຊຸມຈາກນັ້ນ ທ່ານ ອິນປະສິດ ສີຫາລາດ ຮອງຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ໄດ້ສະເໜີປະຫັວດໂຄງການ ພ້ອມລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຈົນຊິ້ນສຸດໂຄງການ ກອງປະຊຸມໄດ້ສືບຕໍ່ໂດຍທ່ານ ນາງ ວອນມາລີ ມັງໜໍ່ເມກ ຕາງໜ້າກອງທຶນປົກປັກຮັກສາສິ່ງແວດລ້ອມ ໄດ້ຜ່ານບົດສະຫຼຸບການຕິດຕາມ ແລະ ປະເມີນກ່ອນປິດໂຄງການ ຫຼັງຈາກນັນ ກອງປະຊຸມກໍ່ໄດ້ເປີດໂອກາດ ໃຫ້ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມ ປະກອບຄຳຄິດຄຳເຫັນຕໍ່່ກອງປະຊຸມ ຄະນະຈັດຕັ້ງໂຄງການ ຂື້ນສະຫຼຸບສັງລວມເນື້ອໃນຂອງກອງປະຊຸມ.

          ມາຮອດເວລາ 12 ໂມງ 00 ນາທີ ຂອງວັນດຽວກັນ ປະທານກອງປະຊຸມກໍ່ໄດ້ກ່າວໂອ້ລົມໃຫ້ທິດຊີ້ນຳໂດຍສັງລວມສະຫຼຸບບັນຫາຕໍ່ກອງປະຊຸມ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.