ໃນຕອນບ່າຍ ຂອງວັນທີ 07 ມັງກອນ 2021 ໄດ້ສ້າງຂະບວນການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງວິຊາການພາຍໃນຂະແໜງທີ່ດິນຢູ່ທີ່ເດີນບານບີແອວ,     ທັງນີ້ເພື່ອຊົມເຊີຍຜົນສຳເລັດ ການຈັດຕັ້ງປະຕິບັດວຽກງານ  01 ປີ 2020  ພາຍໄຕ້ການນໍາພາຂອງ

ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມແຂວງສະຫັວນນະເຂດ, ພ້ອມດ້ວຍຄະນະ ພຊສ, ຄະນະ 08 ຂະແໜງການອ້ອມຂ້າງພະແນກ, ຮາກຖານສະຫະພັນແມ່ຍິງ ພຊສ ຮາກຖານກຳມະບານ ພຊສ, ເລຂາຊາວໜຸ່ມແຂວງ, ຄະນະຮາກຖານຊາວໜຸ່ມ ພຊສ ພ້ອມດ້ວຍອ້າຍນ້ອງວິຊາການ ພຊສ ແຂວງ.

       ໃນການສ້າງຂະບວນການແຂງຂັນກິລາຄັ້ງນີ້ປະກອບດ້ວຍການແຂງຂັນກິລາເຕາະບານຍິງ ແຂງກັບຄູ່ຊາຍ ແລະ ກິລາເຕາະບານຊາຍ, ພ້ອມກັນນັ້ນກະໄດ້ມີການມອບກະຕ່າຂອງຂັວນໃຫ້ແກ່ການນຳ ເພື່ອອ່ວຍພອນປີໃຫ່ມໃຫ້ແກ່ການນຳ ພຊສ,  ຂະບວນການດັ່ງກ່າວຈັດຂື້ນເພື່ອຊົມເຊີຍຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງທີ່ດິນ ໃນໜຶ່ງປີຜ່ານມາ  ດ້ວຍບັນຍາກາດທີ່ພົດພື້ນ ແນໃສ່ເພື່ອຜູກ   ແໜ້ນສ້າງຄວາມສາມັກຄີລະຫວ່າງ ພາຍໃນຂະແໜງ ແລະ  ພຊສ.