ໃນຄັ້ງວັນທີ 15 ມັງກອນ 2021 ຮາກຖານກຳມະບານພາຍໃນພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ພ້ອມກັນສ້າງຂະບວນການອອກແຮງງານອານາໄມລວມ ພາຍໃນບໍລິເວນຂອງພະແນກ ພຊສ ເຊິ່ງມີຊະມາຊິກກຳມະບານ ແລະ ພະນັກງານເຂົ້າຮ່ວມ ເພື່ອເປັນການສ້າງຂະບວນການ ຄໍານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ, ພ້ອມທັງເຮັດໃຫ້ສະພາບແວດລ້ອມອ້ອມຂ້າງ ໃຫ້ມີຄວາມສະອາດຈົບງາມ ແລະ ໜ້າຢູ່ອີກດ້ວຍ.