ໃນເວລາ 10 ໂມງ 00 ນາທີ ຂອງວັນທີ 19 ມັງກອນ 2021 ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ນຳໂດຍ ທ່ານ ທ່ານພູທອນ ຍອດບຸນເຮືອງ ພ້ອມດ້ວຍຄະນະ ໄດ້ນຳກະຕ່າຂອງຂັວນ ພ້ອມດ້ວຍເງິນສົດ ຈຳນວນ 1,000.000 ກີບເພື່ອປະກອບສ່ວນໃນການກົມກອງກໍ່່ສ້າງ ປກຊ ແຂວງ ໄດ້ເຂົ້າອວຍພອນຄະນະ ກອງບັນຊາການ ປກຊ ແຂວງສະຫັວນນເຂດ ເນື່ອງໃນໂອກາດ ວັນຊ້າງຕັ້ງ ປກຊ ຄົບຮອບ 72 ປີ ແລະ ວັນປີໃຫ່ມສາກົນ ພສ 2021, ໂດຍ ການຕ້ອນຮັບຂອງ ຫົວໜ້າພ້ອມດ້ວຍຄະນະ ກອງບັນຊາການ ປກຊ ແຂວງສະຫັວນນະເຂດ,

      ໃນໂອກາດດັ່ງກ່າວ ທ່ານ ພູທອນ ຍອດບຸນເຮືອງ ກໍ່ໄດ້ອ່ວຍພອນໃຫ້ຄະນະພັກ, ຄະນະກອງບັນຊາການ ປກຊ ແຂວງ ຈົ່ງມີສຸກຂະພາບແຂງແຮງ ແລະ ສຶບຕໍ່ເປັນຄັນທຸງນຳໜ້າໃນວຽກງານປົກປັກຮັກສາປະເທດຊາດກໍ່ຄືແຂວງສະຫັວນນະເຂດໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອເປັນການປະກອບສ່ວນເຂົ້າພາລະກິດ ປົກປັກຮັກສາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂື້ນ ຕາມແນວທາງນະໂຍບາຍຂອງພັກວາງອອກ, ທ່ານຍັງໄດ້ອວຍພອນໃຫ້ນາຍ ແລະ ພົນທະຫານທຸກກົມກອງ, ທ້ອງຖິ່ນ ຕະຫຼອດຮອດຄອບຄົວ ຈົ່ງມີຄວາມສຸກຄວາມຈະເລີນ ໃນໜ້າທີ່ວຽກງານ ສ່ວນລວມ ແລະ ສ່ວນຕົວຕະຫຼອດໄປ ແລະ ຄະນະກອງບັນຊາການ ກໍ່ໄດ້ກ່າວຂອບໃຈ ແລະ ອ່ວຍພອນໄຊໃຫ້ຄະນະທີມງານ ພຊສ ຈົ່ງມີພາລານາໄມທີ່ເຂັ້ມແຂງ ແລະ ສືບຕໍ່ນຳພາອ້າຍນ້ອງ ພາຍໃນ ພຊສ ຈັດຕັ້ງປະຕິບັດໜ້າວຽກໃຫ້ປະສົບຜົນສຳເລັດຕາມເປົ້າໝາຍ.