ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 26 ມັງກອນ  2021, ພະແນກ ພຊສ ແຂວງໄດ້ເຂົ້າຮ່ວມ ກອງປະຊຸມທາງໄກ ( Video Conference ) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີບັນດາຫົວໜ້າກົມ, ຮອງກົມ ຂອງ ກຊສ ແລະ ບັນດາພະແນກ ການ ຊສ 17 ແຂວງ ແລະ 01 ນະຄອນຫຼວງເຂົ້າຮ່ວມ ພ້ອມດ້ວຍ ຂະແໜງທີ່ກ່ຽວຂ້ອງອ້ອມຂ້າງພະແນກ ພຊສ ແລະ ນະຄອນຫຼວງຢ່າງພ້ອມພຽງ;

            ປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມກ່າວຈຸດປະສົງຂອງກອງປະຊຸມ, ພະແນກແຜນການ ແລະ ການຮ່ວມມື ກຊສ ໄດ້ສະເໜີຮ່າງບົດສະຫຼຸບແຜນການ 05 ປີ(2016-2020) ແລະ ທິດທາງແຜນການ 05 ປີ (2021-2025) ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ຂອງ ພຊສ ແຂວງ, ນະຄອນຫຼວງ ໃນທົ່ວປະເທດ, ຫຼັງຈາກນັ້ນ ບັນດາກົມຕ່າງໆກໍ່ໄດ້ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມດັ່ງກ່າວ ກອງປະຊຸມຊຸມໄດ້ສຶບຕໍ່ໂດຍ ພະແນກແຜນການ ແລະ ການຮ່ວມມືໄດ້ສະເໜີຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນການ ປະຈຳປີ2020 ແລະ ທິດທາງແຜນການປະຈຳປີ 2021 ພ້ອມສະເໜີແຜນການລົງທຶຶນຂອງລັດ ປະຈຳປີ 2021 ຂອງ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນທົ່ວປະເທດ

           ຫຼັງຈາກນັ້ນທ່ານຮອງ ລັດຖະມົນຕີ ກໍ່ໄດ້ໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ ສະຫຼຸບສັງລວມບັນຫາ

           ມາຮອດເວລາ 11 ໂມງ 30 ນາທີ ຂອງວັນດຽວກັນ  ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.