ໃນວັນທີ 26 ມັງກອນ 2021 ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຜ່ານແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ສະບັບເດືອນທັນວາ 2020 ສຳລັບໂຄງການປູກອ້ອຍ ແລະ ໂຮງງານຜະລິດນໍ້າຕານ ຂອງບໍລິສັດ ນໍ້າຕານສະຫັວນນະເຂດຈຳກັດ ຢູ່ຫ້ອງວ່າການເມືອງອາດສະພັງທອງ ພາຍໄຕ້ການເປັນປະທານຮ່ວມ ຂອງທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າກົມສິ່ງແວດລ້ອມ, ທ່ານ ສຳລິດ ເທບພະວົງ ຮອງເຈົ້າເມືອງໆອາດສະພັງທອງ, ທ່ານ ເກສອນ ບຸນຍະວົງ ຮອງເຈົ້າເມືອງໆພະລານໄຊ ແລະ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຜູ້ເຂົ້າຮ່ວມປະກອບດ້ວຍກົມສິ່ງແວດລ້ອມ, ພະແນກພຊສແຂວງ, ຫ້ອງວ່າການ ເມືອງອາດສະພັງທອງ, ຫ້ອງວ່າການເມືອງພະລານໄຊ ແລະ ບໍລິສັດນໍ້າຕານສະຫັວນຈຳກັດ ທັງ ໝົດ 38 ທ່ານ,

         ທ່ານ ອໍລະຫັນ ບຸນຍະພາລົມ ຕາງໜ້າປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມ ພ້ອມມີຄຳເຫັນຕໍ່ກອງປະຊຸມ, ຫຼັງຈາກນັ້ນຕາງໜ້າຜູ້ພັດທະນາໂຄງການກໍ່ໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດຂອງໂຄງການໃນໄບຍະຜ່ານມາ, ການບຸກເບີກພື້ນທີ່, ການປູກ ແລະ ຂັ້ນຕອນການຜະລິດຂອງໂຮງງານ ຈາກນັ້ນ ຕາງໜ້າທີ່ປຶກສາດ້ານສິ່ງແວດລ້ອມ ໄດ້ສະເໜີຂໍ້ມູນດ້ານສິ່ງແວດລ້ອມໃນຂອບເຂດໂຄງການ ໃນເຂດສວນປູກອ້ອຍ ແລະ ໂຮງງານນໍ້າຕານ, ບັນຫາຜົນກະທົບດ້ານສິ່ງແວດລ້ອມແລະ ທຳມະຊາດ ຂອງໂຄງການ ພ້ອມທັງແຜນແກ້ໄຂ ແລະ ມາດຕະການການຫຼຸດຜ່ອນຜົນກະທົບຕ່າງໆ ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ຫຼັງຈາກນັ້ນປະທານກອງປະຊຸມກໍ່ໄດ້ສັງລວມບັນຫາ ແລະ ມີຄຳເຫັນຕໍ່ກອງປະຊຸມ ໂດຍພື້ນຖານແລ້ວແມ່ນເຫັນດີຕໍ່ກັບແຜນຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມໂຄງການ ແຕ່ໃຫ້ບໍລິສັດທີ່ປຶກສາສິ່ງແວດລ້ອມ ໂດຍສົມທົບກັບຜູ້ພັດທະນາໂຄງການ ເພື່ອສືບຕໍ່ປັບປຸງບົດ ແລະ ແຜນການດັ່ງກ່າວໃຫ້ຄົບຖ້ວນ ແລະ ສົມບູນຈະແຈ້ງຕື່ມ ເພື່ອສືບຕໍ່ປັບປຸງໃຫ້ຄົບຖ້ວນແລ້ວນຳສະເໜີຫາ ກຊສ ເພື່ອພິຈາລະນາ ຮັບຮອງຢ່າງເປັນທາງການ

ມາຮອດເວລາ 16 ໂມງ 00 ນາທີ ຂອງວັນດຽວກັນ ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.

ສ່ວນທີ 27-01-2021 ບັນດາຄະນະທີມງານກໍ່ໄດ້ລົງສຳຫຼວດພາກສະໜາມ ຂອບເຂດທີ່ທຳການປູກອ້ອຍ ແລະ ບໍລິສັດທີ່ທຳການຜະລິດ