ໃນຕອນບ່າຍ ຂອງວັນທີ 05 ກຸມພາ 2021 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ພ້ອມອ້າຍນ້ອງນັກຮຽນຝຶືກງານ

     

             ໂດຍນຳພາໂດຍ ທ່ານ ນາງນວນລະຫົງ ອິນທິລາດ ຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໄດ້ສ້າງຂະບວນການປັກຊຳດອກໄມ້ ມີດອກເຂັມຈຳນວນ 630 ກິ່ງ ແລະ ຕົ້ນໄຊ 350 ກິ່ງ ເພື່ອກຽມປູກຕ້ອນຮັບວັນສິ່ງແວດລ້ອມແຫ່ງຊາດ ເພື່ອປູກຕາມເສັ້ນທາງສຳຄັນໃນຕົວເມືອງນະຄອນໄກສອນ, ໂຮງຮຽນ ແລະ ໃນບ້ານກຸ່ມເປົ້າໝາຍວຽກງານ ສີຂຽວຂາວສະອາດງາມຕາ ເພື່ອເປັນການສ້າງຂະບວນການ ຄໍານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ, ພ້ອມທັງເຮັດໃຫ້ສະພາບແວດລ້ອມອ້ອມຂ້າງ ໃຫ້ມີຄວາມສະອາດສີຂຽວຈົບງາມ ແລະ ໜ້າຢູ່ອີກດ້ວຍ.