ໃນຕອນບ່າຍຂອງວັນທີ 10 ກຸມພາ 2021 ໄດ້ຈັດກອງປະຊຸມປຶກສາຫາລື ໃນການກະກຽມການວາງແຜນໃສ່ກອງປະຊຸມຄະນະກຳມະການຮັບຜິດຊອບ ວຽກງານຂຽວສະອາດງາມຕາຂັ້ນແຂວງ ແລະ ຄະນະກຳມະການສິ່ງແວດ ລ້ອມຂັ້ນແຂວງ ຢູ່ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ພະແນກ ພຊສ ພາຍໄຕ້ການເປັນປະທານ ຂອງ ທ່ານ ອຸຄຳ ພູນປະກອນ ຫົວໜ໊າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຜູ້ເຂົ້າຮ່ວມປະກອບດ້ວຍຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຮອງຫົວໜ້າຫ້ອງການ ຊສ ນະຄອນໄກສອນພົມວິຫານພ້ອມດ້ວຍວິຊາການ, ອາຈານມະຫາໄລສະຫັວນນະເຂດ ພາກວິຊາກະເສດສາດ ແລະ ສິ່ງແວດລ້ອມວິຊາການ ພຊສ  ທີ່ກ່ຽວຂ້ອງ ແລະ ນ້ອງນັກສຶກສາ ຈຳນວນ 26 ທ່ານ, ຍິງ 6ທ່ານ.

            ປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມ ພ້ອມມີຄຳເຫັນຕໍ່ກອງປະຊຸມ ແລະ ກ່າວຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລືຄະນະກຳມະການຂັ້ນແຂວງ, ລະດົມແນວຄວາມຄິດຕົວເມືອງສີຂຽວສະອາດງາມຕາ, ລາຍງານຄວາມຄືບໜ້າກ່ຽວກັບຕົວເມືອງຢືນຢົງ, ບັນຫາກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການສ້າງສາຍພົວພັນລະບົບພິເສດລະຫວ່າງຂະແໜງສິ່ງແວດລ້ອມ ແລະ ມະຫາວິທະຍາໄລສະຫັວນນະເຂດ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂຽວສະອາດງາມຕາ ແລະ ການສ້າງຕົວເມືອງສີຂຽວ

        ຫຼັງຈາກນັ້ນປະທານກອງປະຊຸມ ໄດ້ເປີດກວ້າງໃຫ້ແຂກທີ່ເຂົ້າຮ່ວມກອງປະຊຸມປະກອບຄຳເຫັນຢ່າງກົງໄປກົງມາ ເຊິ່ງບັນຫາທີ່ຍັງພົບເຫັນໃນສັງຄົມປະຈຸບັນຄືການຖິ້ມຂີ້ເຫຍື່ອຊະຊາຍ, ນໍ້າປະປາຍັງມີກິ່ນຂີວ, ການຈູດຂີ້ເຫຍື່ອ, ການລ້ຽງສັດປ່ອຍສັດລ້ຽງໃນເຂດຕົວເມືອງ ແລະ ກໍ່ໄດ້ສັງລວມບັນຫາທີ່ບັນດາແຂກສະເໜີ ເພື່ອນຳໄປຜັນຂະຫຍາຍຈັດຕັ້ງປະຕິບັດໃນອານາຄົດ ແລະ ວິທີການແກ້ໄຂບັນຫາທີ່ຍັງຄົງຄ້າງ.

           ມາຮອດເວລາ 16 ໂມງ 00 ນາທີ ຂອງວັນດຽວກັນ ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.