ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 22 ກຸມພາ  2021, ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການກຳນົດແຕ່ງງານວຽກງານ ພຊສ ແຂວງ ເພື່ອປະກອບບຸກຄະລາກອນ ເຂົ້າໃສ່ໂຄງປະກອບກົງຈັກການຈັດຕັ້ງ ຂອງ ພຊສແຂວງ ທີ່ຫ້ອງປະຊຸມຊັ້ນ 02 ຂອງພຊສ ແຂວງ ພາຍໄຕ້ການເປັນປະທານກອງປະຊຸມ ຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບດ້ວຍຄະນະພະແນກພາຍໃນແຂວງ, ຄະນະຈັດຕັ້ງແຂວງ ແລະ ທ່ານຫົວໜ້າຮອງຫົວໜ້າ 08 ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 05 ທ່ານ.

         ທ່ານຫົວໜ້າພະແນກ ຊສ ແຂວງໄດ້ຂື້ນ ກ່າວເປີດກອງປະຊຸມ ພ້ອມທັງສະເໜີຈຸດປະສົງມີຄຳເຫັນຕໍ່ກອງປະຊຸມ, ຕໍ່ມາ ທ່ານ ລັດຕະນະ ບັນເລິງ ຮອງຫົວໜ້າພະແນກພາຍໃນແຂວງໄດ້ຂື້ນຜ່ານດຳລັດມາດຖານເງື່ອນໄຂ ບຸກຄະລາກອນທີ່ຈະປະກອບເຂົ້າໃນໂຄງປະກອບກົງຈັກການຈັດຕັ້ງຂອງ ພະແນກ ຊສ ແຂວງ ວ່າດ້ວຍການກຳນົດ ຕຳແໜງບໍລິຫານ ຂອງພະນັກງານ-ລັດຖະກອນ ແລະ ການກຳນົດຕຳແໜງງານວິຊາການ ຂອງລັດຖະກອນ ຫຼັງຈາກນັ້ນປະທານກອງປະຊຸມ ກໍ່ໄດ້ໃຫ້ຄຳຄິດຄຳເຫັນ ແລະ ທິດຊີ້ນຳຕໍ່ກອງປະຊຸມດັ່ງກ່າວ.

         ຫຼັງຈາກນັ້ນໃນເວລາ 11: 30 ນາທີປະທານກອງປະຊຸມກໍ່ໄດ້ກໍ່ໄດ້ກ່າວຂອບໃຈ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.