ໃນວັນທີ 02 ມີນາ 2021 ໄດ້ຈັດກອງປະຊຸມປຶກສາຫາລື ກອງປະຊຸມປຶກສາຫາລື ກັບບັນດາຜູ້ມີສ່ວນກ່ຽວຂ້ອງ ສຳລັບການກະກຽມສ້າງບົດສະເໜີໂຄງການ Integrated Water Resource Management and Ecosystem-based Adaption (Eba) in the Xe Bang hieng river basin and Luang Prabang city ຢູ່ຫ້ອງປະຊຸມຊັ້ນ 04 ພຊສ ແຂວງ ພາຍໄຕ້ການເປັນປະທານຮ່ວມ ຂອງ ທ່ານ ປອ ອິນທະວີ ອັກຄະຣາດ  ຮອງຫົວໜ້າກົມຊັບພະຍາກອນນໍ້າ, ກຊສ,  ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຜູ້ເຂົ້າຮ່ວມປະກອບດ້ວຍກົມສິ່ງແວດລ້ອມ, ພະແນກພຊສແຂວງ, ຫ້ອງວ່າການແຂວງ, ພະແນກອຸດສະຫະກຳ ແລະ ການຄ້າແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ສະຫະພັນແມ່ຍິງແຂວງ, ພະແນກພະລັງງານແລະ ບໍ່ແຮ່ແຂວງ, ຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງ, ພະແນກໂຍທາທິການ ແລະ ຂົນສົງແຂວງ, ລັດວິສະຫະກິດນໍ້າປະປາ ແຂວງ, ຫ້ອງການ ຊສ, ຫ້ອງການກະສິກຳ ແລະ ປ່າໄມ້, ຫ້ອງການໂຍທາທິການ ແລະ ຂົນສົ່ງ, ເມືອງນອງ ເມືອງສອງຄອນ, ເມືອງຊົນນະບູລີ, ເມືອງຈຳພອນ ແລະ ເມືອງເຊໂປນ ທັງໝົດ 55 ທ່ານ, ຍິງ 05 ທ່ານ.

          ປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມ ພ້ອມມີຄຳເຫັນຕໍ່ກອງປະຊຸມ, ຫຼັງຈາກນັ້ນຕາງໜ້າ ກຊນ ໄດ້ນຳສະເໜີບົດໂຄງການ ໂດຍຫໍ້ຍ, ພ້ອມນຳສະເໜີເປົ້າໝາຍ, ຈຸດປະສົງ, ຜົນໄດ້ຮັບ ແລະ ການຈັດຕັ້ງປະຕິບັດຜົນຂອງກອງປະຊຸມການຄັດເລືອກ ທີ່ຕັ້ງໂຄງການຄັ້ງວັນທີ 30 ຕຸລາ 2020, ຫຼັງຈາກນັ້ນທີມງານ PPG ໄດ້ນຳສະເໜີວິທີການ, ເງື່ອນໄຂການຄັດເລືອກທີ່ຕັ້ງ ປຶກສາຫາລືເລືອກບ້ານເປົ້າໝາຍ ແລະ ປຶກສາຫາລືການຄັດເລືອກກິດຈະກຳ ພ້ອມແບ່ງເປັນກຸ່ມເພື່ອປຶກສາຫາລື.

        ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳເຫັນຢ່າງກົງໄປກົງມາ ຫຼັງຈາກນັ້ນປະທານກອງປະຊຸມກໍ່ໄດ້ສັງລວມບັນຫາ ແລະ ມີຄຳເຫັນຕໍ່ກອງປະຊຸມ ໂດຍພື້ນຖານແລ້ວແມ່ນເຫັນດີຕໍ່ຄຳເຫັນຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ

            ມາຮອດເວລາ 16 ໂມງ 00 ນາທີ ຂອງວັນດຽວກັນ ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.

            ສ່ວນທີ 03 ຫາ 08 ມີນາ 2021 ບັນດາຄະນະທີມງານກໍ່ໄດ້ລົງສຳຫຼວດ ເກັບກຳຂໍ້ມູນພາກສະໜາມເມືອງເປົ້າໝາຍ.