ໃນຕອນເຊົ້າ ຂອງວັນທີ 11 ມີນາ 2021, ຢູ່ທີ່ຫ້ອງປະຊຸມ ພຊສ ສຂ ໄດ້ຕ້ອນຮັບ ແລະ ຮັບຟັງການໂອ້ລົມຂອງທ່ານ ນາງ ບຸນຄຳ ວໍລິຈິດ ຮອງລັດຖະມົນຕີກະຊວງຊັບພະຍາກອນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ການລາຍງານການເຄື່ອນໄຫວວຽກງານ ພຊສ ແຂວງ ສະຫັວນນະເຂດ

       ທ່ານ  ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄດ້ ກ່າວສະແດງຄວາມຍິນດີ ແລະ ຕ້ອນຮັບ ພ້ອມທັງໄດ້ລາຍງານການເຄື່ອນໄຫວວຽກງານການຈັ້ດຕັ້ງປະຕິບັດວຽກງານ ພຊສ ໃນໄລຍະ 1 ປີ ທີ່ຜ່ານມາ, ແຜນການປີ 2021 ແລະ ການຈັດຕັ້ງປະຕິບັດວຽກງານ ຊສ 02 ເດືອນຕົ້ນປີ ເຊິ່ງມີຜົນສຳເລັດຫຼາຍດ້ານມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ  ວິທີການແກ້ໄຂ            ຈາກນັ້ນ ທ່ານ ຮອງລັດຖະມົນຕີ ກໍ່ໄດ້ຍ້ອງຍໍຊົມເຊີຍຜົນງານ ທີ່ ພຊສ ສຂ ຍາດມາໄດ້ໃນໄລຍະຜ່ານມາຫຼາຍດ້ານ

         ກອງປະຊຸມມາຮອດເວລາ 10ໂມງ 00 ນາທີ  ຂອງວັນດຽວກັນກໍ່ໄດ້ປິດລົງ.