ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 12 ມີນາ 2021, ໄດ້ຈັດກອງປະຊຸມກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີມີຄະນະກຳມະການເສດຖະກິດ ແລະ ແຜນການຂອງສະພາປະຊາຊົນແຂວງ, ຄະນະກຳມະການຮັບຜິດຊອບການສ້າງແຜນຈັດສັນທີ່ດິນເບື້ອງຕົ້ນຂັ້ນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ, ຫົວໜ້າຂະແໜງທີ່ດິນພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ກອງເລຂາ ທັງໝົດ 28  ທ່ານ, ຍິງ 04 ທ່ານ.

           ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງກ່າວເປີດກອງປະຊຸມ ພ້ອມມີຄຳເຫັນຕໍ່ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນເບື້ອງຕົ້ນ ແຂວງສະຫັວນນະເຂດ ຈາກນັ້ນ  ໄດ້ມອບໃຫ້ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ຮ່າງດັ່ງກ່າວ ແລະ ຂົງເຂດວຽກງານຂອງຕົນຮັບຜິດຊອບ.

          ຫຼັງຈາກນັ້ນ ປະທານກໍ່ໄດ້ມີຄຳເຫັນສັງລວມບັນຫາທີ່ບັນດາແຂກສະເໜີ ແລະ ມອບໃຫ້ກອງເລຂາສັງລວມກວດກາ ເພື່ອປັບປຸງເນື້ອໃນໃຫ້ແທດເໝາະກັບຕົວຈິງໃນຮ່າງດັ່ງກ່າວ, ສັງລວມແລ້ວກອງປະຊຸມໄດ້ມີຄວາມເປັນເອກກະພາບສູງຕໍ່ຮ່າງຂໍ້ຕົກລົງສະບັບນີ້ເປັນຢ່າງສູງ

       ກອງປະຊຸມໄດ້ດຳເນີນມາມາຮອດເວລາ 10 ໂມງ 00 ນາທີ ຂອງວັນດຽວກັນ  ປະທານກອງປະຊຸມກໍ່ໄດ້ກ່າວໂອ້ລົມໃຫ້ທິດຊີ້ນຳໂດຍສັງລວມສະຫຼຸບ ພ້ອມທັງໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.