ພິທີຮັບຮອງເອົາກຳມະບານ ຮາກຖານ ພຊສ ເປັນກຳມະບານຮາກຖານ 5 ເປັນເຈົ້າ ສະໄໝທີ2 ຄັ້ງທີII
ກອງປະຊຸມ ຜ່ານຮ່າງນິຕິກຳ ຂໍ້ຫ້າມມາດຕະການຕໍ່ຜູ້ລະເມີດລະບຽບການດ້ານສິ່ງແວດລ້ອມ ຮ່າງນິຕິກຳກ່ຽວກັບມາດຕະການສິ່ງແວດລ້ອມໃນລະດັບວິຊາການ ໂຄງການຍ່ອຍ (LENS2)
ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 12 ມີນາ 2020, ໄດ້ຈັດກອງປະຊຸມການເຜີຍແຜ່ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ການຮ່າງຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດລະບຽບການດ້ານສິ່ງແວດລ້ອມ ພ້ອມກັນນັ້ນກໍ່ປຶກສາຫາລືກ່ຽວກັບຮ່າງນິຕິກຳ ມາດຕະການສິ່ງແວດລ້ອມ ໃນລະດັບວິຊາການ ໂຄງການຍ່ອຍ ຈັດຂຶ້ນທີ່ຫ້ອງປະຊຸມຊັ້ນ 4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໂດຍການເປັນປະທານຂອງທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ, ມີຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງ ຂອງຂະແໜງການອ້ອມຂ້າງພະແນກ ຊສເຂົ້າຮ່ວມທັງໝົດ 22 ທ່ານ, ຍິງ 06 ທ່ານ;
Read more: ກອງປະຊຸມ ຜ່ານຮ່າງນິຕິກຳ ຂໍ້ຫ້າມມາດຕະການຕໍ່ຜູ້ລະເມີດລະບຽບການດ້ານສິ່ງແວດລ້ອມ...
ກອງປະຊຸມ ສະຫຼຸບວຽກງານທີ່ດິນ ທົ່ວແຂວງສະຫວັນນະເຂດ
ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 11 ມີນາ 2020, ໄດ້ຈັດກອງປະຊຸມສະຫຼຸບວຽກງານທີ່ດິນ ປະຈຳປີ 2019 ແລະ ວາງທິດທາງແຜນການປີ 2020 ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍການເປັນປະທານກອງປະຊຸມ ຂອງທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ, ມີຄະນະພະແນກ, ຫົວໜ້າຫ້ອງການ ຊສ ເມືອງ/ນະຄອນ, ມີບັນດາຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍວິຊາການ ຂອງພະແນກ ຊສ ແລະ ຫ້ອງການ ຊສ ເມືອງ/ ນະຄອນເຂົ້າຮ່ວມ ທັງໝົດ 103 ທ່ານ, ຍິງ 35 ທ່ານ
ພິທີປະຖະກະຖາ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 110 ປີ ( 08/03/1910- 08/03/2020 ) ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ
ໃນເວລາ 8:30 ນາທີ, ຕອນເຊົ້າຂອງວັນທີ 06 ມີນາ ປີ 2020 ທີ່ຫ້ອງປະຊຸມນ້ອຍຊັ້ນ 04 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄດ້ຈັດພິທີປະຖະະຖາ 03 ວັນສໍາຄັນ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ; ວັນທີ 08 ມີນາ ວັນແມ່ຍິງສາກົນ; ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ວັນທີ 20 ມັງກອນ.ໂດຍການເປັນປະທານວາລະຝຶກອົບຮົມຂອງ ທ່ານ ໜູການ ອິນທະປັນຍາ ຮອງຫົວໜ້າພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຫົວໜ້າ, ຄະນະຂະແໜງ, ຕະຫຼອດຮອດພະນັກງານວິຊາການທີ່ຂຶ້ນກັບພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີຜູ້ເຂົ້າຮ່ວມທັງໝົດ 52 ທ່ານ, ຍິງ 30 ທ່ານ;
ທ່ານປະທານ ໄດ້ຜ່ານເອກະສານ 3 ວັນສໍາຄັນ ຂອງຊາດ ຄື:
1 👉 ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ;
👉 ວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ວັນທີ 20 ມັງກອນ
👉 ວັນແມ່ຍິງສາກົນ ວັນທີ 08 ມີນາ
ມາຮອດເວລາ 11: 45 ນາທີ ທ່ານ ໜູການ ອິນທະປັນຍາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ ກໍ່່ໄດ້ໂອ້ລົມໃຫ້ທິດຊີ້ນຳ ແກ່ຄະນະຂະແໜງອ້ອມຂ້າງພະແນກ ແລະ ພ້ອມດ້ວຍອ້າຍນ້ອງວິຊາການ ມາຮອດເວລາ 11: 50 ນາທີ ທ່ານຫົວໜ້າພະແນກ ຊສ ແຂວງກໍ່ໄດ້ອ່ວຍພອນແຂກທີ່ເຂົ້າຮ່ວມກອງປະຊຸມ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.
Page 24 of 25
Latest Articles
- ພິທີປະຖະກະຖາ ວັນແມ່ຍິງສາກົນ ຄົບຮອບ 112 ປີ, ວັນຄຽດແຄນຂອງປະຊາຊົນລາວ ຄົບຮອບ 76 ປີ, ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 67 ປີ
- ເຂົ້າຮ່ວມຂະບວນການ ຄາລະວານລົດຖີບ ເມືອງເກົ່າສີຂຽວທ່ອງທ່ຽວເພື່ອສຸຂະພາບ
- ສ້າງຂະບວນການອອກແຮງງານອະນາໄມລວມ
- ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມໂຄງປະກອບບຸກຄະລາກອນ ຄະນະພັກຮາກຖານ ພຊສ ແຂວງ
- ທ່ານ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ພົບປະຢ້ຽມຢາມ