ຄະນະກໍາມະການວຽກຈັດຊື້ຈັດຈ້າງຂອງ ພຊສ ແຂວງ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ລົງກວດກາຄຸນນະພາບ ໂຄງການກໍ່ສ້າງ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊພູທອງ.
ໃນວັນທີ 08 /10/2021, ເວລາ 9:00 ໂມງ ຄະນະກໍາມະການວຽກຈັດຊື້ຈັດຈ້າງຂອງ ພຊສ ແຂວງ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດຈໍານວນ: 08 ທ່ານ. ເພື່ອລົງກວດກາຄຸນນະພາບ ໂຄງການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມ ເມືອງໄຊພູທອງ, ແຂວງສະຫວັນນະເຂດ ໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງໄຊພູທອງ ເຊິ່ງໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 12 ມີນາ 2020 ແລະ ສຳເລັດການກໍ່ ສ້າງ 100% ໃນວັນທີ 12 ພະຈິກ 2020 ໂດຍແມ່ນບໍລິສັດວັນວິໄລກໍ່ສ້າງ ແລະ ເຄຫະສະຖານຈຳກັດຜູ້ດຽວເປັນຜູ້ຮັບເໝົາການກໍ່ສ້າງ, ລວມມີມູນຄ່າການກໍ່ສ້າງທັງໝົດ 678.537.200 ກີບ, ເຊິ່ງເປັນອາຄານຊັ້ນດຽວເບຕົງເສີມເຫຼັກ, ກໍ່ດ້ວຍດິນ ຈີ່, ມຸງດ້ວຍກະເບື້ອງອາຄານດັ່ງກ່າວມີຂະໜາດ 15x20 ແມັດ, ມີ 07 ຫ້ອງ ໄດ້ມອບ-ຮັບອາຄານຫ້ອງການ ຊັບພະຍາ ກອນທຳມະຊາດ ແລະສິ່ງແວດລ້ອມເມືອງໄຊພູທອງ ແຂວງສະຫວັນນະເຂດ ຫຼັງໃໝ່ ໃນວັນທີ 25 ພະຈິກ 2020 ( ຕາມບົດບັນທຶກມອບ-ຮັບ ເລກທີ 1835/ພຊສ.ສຂ ລົງວັນທີ 25 ພະຈິກ 2020 );
ກອງປະຊຸມສະຫຼຸບລາຍງານ ການຈັດຕັ້ງປະຕິບັດວຽກງານປະຈໍາ 09 ເດືອນ ແລະ ທິດທາງແຜນການ 03 ເດືອນທ້າຍປີ 2021 ແລະ ເຜີຍແຜ່ນິຕິກໍາ ທີຕິດພັນກັບຂົງເຂດຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 30 ກັນຍາ 2021 ທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານການຈັດຕັ້ງປະຕິບັດວຽກງານປະຈໍາ 09 ເດືອນ ແລະ ທິດທາງແຜນການ 03 ເດືອນ ແລະ ເຜີຍແຜ່ນິຕິກໍາ ຜ່ານທາງລະບົບວິດີໂອທາງໄກ ( video conference ), ໂດຍການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍຄະນະແນກ, ຫົວໜ້າຫ້ອງການບໍລິຫານ, ແຜນການ ແລະ ການເງິນ, ຫົວໜ້າຄະນະຂະແໜງທີ່ດິນ, ສິ່ງແວດລ້ອມນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ແລະ ມີບັນດາທ່ານ ຫົວໜ້າຫ້ອງການ ຊສ 14 ເມືອງ ແລະ 01 ນະຄອນ ເຊິ່ມມີແຂກເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 06ທ່ານ.
ທ່ານ ປະທານດ້ກ່າວເປີດກອງປະຊຸມພ້ອມທັງໄດ້ມີຄໍາເຫັນຕໍ່ກັບກອງປະຊຸມ
ຈາກນັ້ນ ບັນດາຫ້ອງການ ຊສ 14 ເມືອງ ແລະ 01 ນະຄອນ ໄດ້ສະຫຼຸບລາຍງານໂດຍຫຍໍ້ຂອງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂອງຕົນ ພ້ອມທັງໄດ້ມີຂໍ້ສະເໜີຕໍ່ກອງປະຊຸມ.
ກອງປະຊຸມການເຜີຍແຜ່ ແຜນຈັດສັນທີ່ດິນເບື້ອງຕົ້ນຂອງແຂວງສະຫວັນນະເຂດ ແລະ ການອອກອະນຸຍາດການ ນໍາໃຊ້ນໍ້າໜ້າດິນ, ນໍ້າໃຕ້ດິນ.
ໃນຕອນເຊົ້າຂອງວັນທີ 22 ກັນຍາ 2021. ໄດ້ຈັດກອງປະຊຸມເຜີຍແຜ່ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫວັນນະເຂດຮອດປີ 2025 ແລະ ການອອກອະນຸຍາດການນໍາໃຊ້ນໍ້າໜ້າດິນ, ນໍ້າໃຕ້ດິນ.
ຢູ່ທີ່ຫ້ອງປະຊຸມຊັ້ນ 02 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຜ່ານລະບົບປະຊຸມທາງໄກ ZOOM meeting ໂດຍ ການເປັນປະທານ ຂອງທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ.
ມີຕາງໜ້າຈາກ 07 ພະແນກການເຂົ້າຮ່ວມຄື: ສະພາປະຊາຊົນແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກໍາ ແລະ ປ່າໄມ້, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກ ການເງິນ, ພະແນກແຜນການ ແລະ ການລົງທຶນ, ພະແນກສາທາລະນະສຸກ ແລະ ຄະນະພະແນກ, ຫົວໜ້າຄະນະຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ, ຫົວໜ້າຄະນະຂະແໜງທີ່ດິນ ພ້ອມດ້ວຍວິຊາການ ມີຈໍານວນຜູ້ເຂົ້າຮ່ວມທັງໝົດ 16 ທ່ານ, ຍິງ 02 ທ່ານ,
ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກ ໄດ້ນໍາສະເໜີກ່ຽວກັບແຜນຈັດສັນທີ່ດິນເບື້ອງຕົ້ນ ແລະ ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບ;
ທ່ານ ບູລິກາ ອິນທິລາດ ຮອງຫົວໜ້າພະແນກ, ຫົວໜ້າຂະແໜງທີ່ດິນ ໄດ້ຜ່ານແຜນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ ຮອດປີ 2025;
ທ່ານ ອິນປະສິດ ສີຫາລາດ ຮອງຫົວໜ້າຂະແໜງສິ່ງແວດລ້ອມ, ນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ນໍາສະເໜີກ່ຽວກັບການອອກອະນຸຍາດການນໍາໃຊ້ນໍ້າໜ້າດິນ, ນໍ້າໃຕ້ດິນ.
ຈາກນັ້ນກອງປະຊຸມໄດ້ເປີດໂອກາດ ໃຫ້ບັນດາພະແນກການທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດ, ຄໍາເຫັນຢ່າງກົງໄປກົງມາ. ດ້ານຫຼັກແມ່ນເຫັນດີຕາມແຜນຈັດສັນ ແລະ ເຫັນດີພ້ອມກັນຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 0811/ຈຂ.ສຂ, ລົງວັນທີ 04 ເມສາ 2021.
ໃນຕອນທ້າຍຂອງກອງປະຊຸມທ່ານປະທາໄດ້ມີຄໍາເຫັນ ແລະ ໄດ້ແນະນໍາກ່ຽວກັບການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນເບື້ອງຕົ້ນ ແລະ ການອອກໃບອະນຸຍາດການນໍາໃຊ້ນໍ້າໜ້າດິນ, ນໍ້າໃຕ້ດິນ.
ມາຮອດເວລາ 11 ໂມງ 00 ນາທີ ກອງປະຊຸມກໍ່ໄດ້ປິດລົງຢ່າງຈົບງາມ
ພິທີມອບເງິນຊົດເຊີຍ ໃຫ້ແກ່ບັນດາຄອບຄົວ ທີໄດ້ຮັບຜົນກະທົບຈາກ...
ໃນເວລາ 10 ໂມງ 30 ນາທີ ຂອງວັນທີ 11 ສິງຫາ 2021 ຢູ່ທີໂຮງຮຽນປະຖົມບ້ານຫ້ວຍຫອຍ, ເມືອງພີນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ມອບເງິນຊົດເຊີຍ ໃຫ້ແກ່ບັນດາຄອບຄົວ ທີໄດ້ຮັບຜົນກະທົບ ຈາກໂຄງ ການກໍ່ສ້າງເສັ້ນທາງເຂົ້າໄປຫາເຂື່ອນໄຟຟ້າພະລັງງານນໍ້າເຊລະນອງ 01 (ບ້ານອາລານ ) ເມືອງພີນ, ແຂວງສະຫວັນນະເຂດ. ຄິດເປັນມູນຄ່າທັງໝົດ 40.611.000 ກີບ. ເຊິ່ງມີຈໍານວນ 14 ຄອບຄົວ ທີ່ຖືກຜົນກະທົບປະກອບມີ ດິນປຸກສ້າງ, ດິນນາ, ດິນໜອງສະ ແລະ ເລົ້າເຂົ້າ.
Read more: ພິທີມອບເງິນຊົດເຊີຍ ໃຫ້ແກ່ບັນດາຄອບຄົວ ທີໄດ້ຮັບຜົນກະທົບຈາກ...
ພິທີມອບເງິນໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ -19.
ໃນຕອນເຊົ້າຂອງວັນທີ 17 ສິງຫາ 2021 ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ມອບເງິນປະກອບສ່ວນຊຸກຍູ້ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຄະນະສະເພາະກິດຂັ້ນແຂວງ ເປັນເງິນຈໍານວນ 10.000.000 ກີບ.
ເຊິ່ງມອບໂດຍ ທ່ານ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ເປັນກຽດຮັບໂດຍ ທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ຫົວໜ້າສະເພາະກິດ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງສະຫວັນນະເຂດ.
Page 4 of 25