ກອງປະຊຸມແນະນຳການຂຽກຳນົດຕຳແໜ່ງງານ ຂອງຫ້ອງການ ຊສ ເມືອງ/ນະຄອນ ວຽກງານປັບປຸງກົງຈັກການຈັດຕັ້ງໜ່ວຍງານ ແລະ ວຽກງານ ທີ່ດິນ ຂອງ ພຊສ ແຂວງ
ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 11 ມີນາ 2021, ໄດ້ຈັດກອງປະຊຸມແນະນຳການຂຽນກຳນົດຕຳແໜ່ງງານຂອງຫ້ອງການ ຊສ ເມືອງ/ນະຄອນ ວຽກງານປັບປຸງກົງຈັກການຈັດຕັ້ງໜ່ວຍງານ ຂອງຫ້ອງການ ຊສ ນະຄອນໄກສອນ/ເມືອງ ທົ່ວແຂວງ ທີ່ຫ້ອງປະຊຸມຊັ້ນ 04 ຂອງພຊສ ແຂວງ ພາຍໄຕ້ການເປັນປະທານກອງປະຊຸມ ຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບດ້ວຍ ທ່ານຫົວໜ້າຮອງຫົວໜ້າ 08 ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການ, ຫການ ຊສ 14 ເມືອງ ຄະນະ ພ້ອມດ້ວຍວິຊາການ ເຂົ້າຮ່ວມທັງໝົດ 65 ທ່ານ, ຍິງ 22 ທ່ານ.
ກອງປະຊຸມຮັບຟັງການໂອ້ລົມຂອງທ່ານ ນາງບຸນຄຳ ວໍລິຈິດ ຮອງລັດຖະມົນຕີ ກະຊວງຊັບພະຍາກອນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຮັບຟັງການລາຍງານການເຄື່ອນໄຫວວຽກງານ ພຊສ ແຂວງສະຫັວນນະເຂດ
ໃນຕອນເຊົ້າ ຂອງວັນທີ 11 ມີນາ 2021, ຢູ່ທີ່ຫ້ອງປະຊຸມ ພຊສ ສຂ ໄດ້ຕ້ອນຮັບ ແລະ ຮັບຟັງການໂອ້ລົມຂອງທ່ານ ນາງ ບຸນຄຳ ວໍລິຈິດ ຮອງລັດຖະມົນຕີກະຊວງຊັບພະຍາກອນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ການລາຍງານການເຄື່ອນໄຫວວຽກງານ ພຊສ ແຂວງ ສະຫັວນນະເຂດ
ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງໄດ້ ກ່າວສະແດງຄວາມຍິນດີ ແລະ ຕ້ອນຮັບ ພ້ອມທັງໄດ້ລາຍງານການເຄື່ອນໄຫວວຽກງານການຈັ້ດຕັ້ງປະຕິບັດວຽກງານ ພຊສ ໃນໄລຍະ 1 ປີ ທີ່ຜ່ານມາ, ແຜນການປີ 2021 ແລະ ການຈັດຕັ້ງປະຕິບັດວຽກງານ ຊສ 02 ເດືອນຕົ້ນປີ ເຊິ່ງມີຜົນສຳເລັດຫຼາຍດ້ານມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂ ຈາກນັ້ນ ທ່ານ ຮອງລັດຖະມົນຕີ ກໍ່ໄດ້ຍ້ອງຍໍຊົມເຊີຍຜົນງານ ທີ່ ພຊສ ສຂ ຍາດມາໄດ້ໃນໄລຍະຜ່ານມາຫຼາຍດ້ານ
ກອງປະຊຸມມາຮອດເວລາ 10ໂມງ 00 ນາທີ ຂອງວັນດຽວກັນກໍ່ໄດ້ປິດລົງ.
ກອງປະຊຸມຮັບຟັງປະຖະກາຖາ ວັນແມ່ຍິງສາກົນ ວັນທີ 08 ມີນາ ຄົບຮອບ 111 ປີ08 ມີນາ 1910 ຫາ 08 ມີນາ 2021
ເພື່ອເປັນການທົບທວນຫວນຄືນປະຫັວດວັນແມ່ຍິງສາກົນ 08 ມີນາ ຄົບຮອບ 111 ປີື, ສະຫະພັນແມ່ຍິງຮາກຖານ ພຊສ ແຂວງໄດ້ຈັດພິທີ ປະຖະກາຖາເລົ່າມູນເຊື້ອວັນວັນແມ່ຍິງສາກົນຂື້ນ ໃນຕອນເຊົ້າຂອງວັນທີ 05 ມີນາ 2021 ເວລາ 08 ໂມງ 30 ນາທີ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ, ພາຍໄຕ້ການເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີຄະນະຂະແໜງ ພ້ອມດ້ວຍພະນັກງານ ແລະ ອາສາສະຫມັກ ແມ່ຍິງ ທົ່ວ ພຊສທັງໝົດ 40 ທ່ານ,
ຂະບວນການຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 111 ປີຂອງ ຮາກຖານສະຫະພັນແມ່ຍິງ ພ ຊສ ແຂວງ.
ເພື່ອເປັນການສ້າງຂະບວນການຄຳນັບຮັບຕ້ອນວັນສ້າງຕັ້ງແມ່ຍິງສາກົນ ແລະ ສ້າງຄວາມສາມັກຄີພາຍໃນ ພຊສ ແຂວງ ແລະ ພະແນກການອ້ອມຂ້າງ ໃນວັນທີ 04 ມີນາ 2021 ຮາກຖານສະຫະພັນແມ່ຍິງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ເຂົ້າຮ່ວມສ້າງບູດຢູ່ສູນການຄ້າໄອເຕັກ ເພື່ອຮ່ວມຂາຍສິນຄ້າພະລິດຕະພັນທີ່ເປັນຂອງ ແມ່ຍິງເຮົາເອງ, ພ້ອມກັນນັ້ນຮາກຖານສະຫະພັນແມ່ຍິງ ພຊສ ກໍ່ໄດ້ສົງຕົວແທນຈາກພະແນກ 1 ທ່ານ ເພື່ອເຂົ້້າຮ່ວມກິດຈະກຳເດີນແບບອາພອນເຜົ່າ ພາຍໄຕ້ຫົວຂໍ້ ແມ່ຍິງຍຸກໃຫ່ມໃສ່ໃຈວັດທະນະທຳລາວ, ພ້ອມກັນນັ້ນພາຍໃນພຊສ ກໍ່ໄດ້ສ້າງຂະບວນອານາໄມສາມັກຄີ ເພື່ອຄຳນັບຮັບຕອນວັນສຳຄັນດັ່ງກ່າວ.
ກອງປະຊຸມປຶກສາຫາລື ກັບບັນດາຜູ້ມີສ່ວນກ່ຽວຂ້ອງ ສຳລັບການກະກຽມສ້າງບົດສະເໜີ ໂຄງການ Integrated Water Resource Management and Ecosystem-based Adaption (Eba) in the Xe Bang hieng river basin and Luang Prabang city
ໃນວັນທີ 02 ມີນາ 2021 ໄດ້ຈັດກອງປະຊຸມປຶກສາຫາລື ກອງປະຊຸມປຶກສາຫາລື ກັບບັນດາຜູ້ມີສ່ວນກ່ຽວຂ້ອງ ສຳລັບການກະກຽມສ້າງບົດສະເໜີໂຄງການ Integrated Water Resource Management and Ecosystem-based Adaption (Eba) in the Xe Bang hieng river basin and Luang Prabang city ຢູ່ຫ້ອງປະຊຸມຊັ້ນ 04 ພຊສ ແຂວງ ພາຍໄຕ້ການເປັນປະທານຮ່ວມ ຂອງ ທ່ານ ປອ ອິນທະວີ ອັກຄະຣາດ ຮອງຫົວໜ້າກົມຊັບພະຍາກອນນໍ້າ, ກຊສ, ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຜູ້ເຂົ້າຮ່ວມປະກອບດ້ວຍກົມສິ່ງແວດລ້ອມ, ພະແນກພຊສແຂວງ, ຫ້ອງວ່າການແຂວງ, ພະແນກອຸດສະຫະກຳ ແລະ ການຄ້າແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ສະຫະພັນແມ່ຍິງແຂວງ, ພະແນກພະລັງງານແລະ ບໍ່ແຮ່ແຂວງ, ຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງ, ພະແນກໂຍທາທິການ ແລະ ຂົນສົງແຂວງ, ລັດວິສະຫະກິດນໍ້າປະປາ ແຂວງ, ຫ້ອງການ ຊສ, ຫ້ອງການກະສິກຳ ແລະ ປ່າໄມ້, ຫ້ອງການໂຍທາທິການ ແລະ ຂົນສົ່ງ, ເມືອງນອງ ເມືອງສອງຄອນ, ເມືອງຊົນນະບູລີ, ເມືອງຈຳພອນ ແລະ ເມືອງເຊໂປນ ທັງໝົດ 55 ທ່ານ, ຍິງ 05 ທ່ານ.
Page 10 of 25