ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ສ້າງຂະບວນການປັກຊຳດອກໄມ້ ເພື່ອກຽມປູກຕ້ອນຮັບວັນສິ່ງແວດລ້ອມແຫ່ງຊາດໃນຕອນບ່າຍ ຂອງວັນທີ 05 ກຸມພາ 2021 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ພ້ອມອ້າຍນ້ອງນັກຮຽນຝຶືກງານ ໂ
ໃນຕອນບ່າຍ ຂອງວັນທີ 05 ກຸມພາ 2021 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ພ້ອມອ້າຍນ້ອງນັກຮຽນຝຶືກງານ
Read more: ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ສ້າງຂະບວນການປັກຊຳດອກໄມ້...
ກອງປະຊຸມຮັບຟັງປະຖະກາຖາວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 65 ປີ(01 ກຸມພາ 1956 – 01 ກຸມພາ 2021)
ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 02 ກຸມພາ 2021, ໄດ້ຈັດກອງປະຊຸມຮັບຟັງປະຖະກາຖາເລົ່າມູນເຊື້ອວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 65 ປີ(01 ກຸມພາ 1956 – 01 ກຸມພາ 2021), ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ, ພາຍໄຕ້ການເປັນປະທານຮ່ວມກອງປະຊຸມຂອງ ທ່ານ ສົມໃຈ ສີສົມພອນ ປະທານສະຫະພັນກຳມະບານແຂວງ, ທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າແລະ ຄະນະ 08 ຂະແໜງ ພ້ອມດ້ວຍພະນັກງານ ແລະ ອາສາສະຫມັກທົ່ວ ພຊສ ທັງໝົດ 97 ທ່ານ, ຍິງ 38 ທ່ານ.
ກອງປະຊຸມປຶກສາຫາລື ເພື່ອຜ່ານແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ສຳລັບໂຄງການປູກອ້ອຍ ແລະ ໂຮງງານຜະລິດນໍ້າຕານ ຂອງບໍລິສັດ ນໍ້າຕານສະຫັວນນະເຂດຈຳກັດ
ໃນວັນທີ 26 ມັງກອນ 2021 ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອຜ່ານແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ສະບັບເດືອນທັນວາ 2020 ສຳລັບໂຄງການປູກອ້ອຍ ແລະ ໂຮງງານຜະລິດນໍ້າຕານ ຂອງບໍລິສັດ ນໍ້າຕານສະຫັວນນະເຂດຈຳກັດ ຢູ່ຫ້ອງວ່າການເມືອງອາດສະພັງທອງ ພາຍໄຕ້ການເປັນປະທານຮ່ວມ ຂອງທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າກົມສິ່ງແວດລ້ອມ, ທ່ານ ສຳລິດ ເທບພະວົງ ຮອງເຈົ້າເມືອງໆອາດສະພັງທອງ, ທ່ານ ເກສອນ ບຸນຍະວົງ ຮອງເຈົ້າເມືອງໆພະລານໄຊ ແລະ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຜູ້ເຂົ້າຮ່ວມປະກອບດ້ວຍກົມສິ່ງແວດລ້ອມ, ພະແນກພຊສແຂວງ, ຫ້ອງວ່າການ ເມືອງອາດສະພັງທອງ, ຫ້ອງວ່າການເມືອງພະລານໄຊ ແລະ ບໍລິສັດນໍ້າຕານສະຫັວນຈຳກັດ ທັງ ໝົດ 38 ທ່ານ,
ກອງປະຊຸມທາງໄກ Video Conference ການປຶກສາຫາລືກ່ຽວກັບແຜນການ 5 ປີ (2021-2025)ແລະ ແຜນການປະຈຳປີ 2021 ຂອງ ພຊສ ແຂວງ, ນະຄອນຫຼວງ ໃນທົ່ວປະເທດ
ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 26 ມັງກອນ 2021, ພະແນກ ພຊສ ແຂວງໄດ້ເຂົ້າຮ່ວມ ກອງປະຊຸມທາງໄກ ( Video Conference ) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີບັນດາຫົວໜ້າກົມ, ຮອງກົມ ຂອງ ກຊສ ແລະ ບັນດາພະແນກ ການ ຊສ 17 ແຂວງ ແລະ 01 ນະຄອນຫຼວງເຂົ້າຮ່ວມ ພ້ອມດ້ວຍ ຂະແໜງທີ່ກ່ຽວຂ້ອງອ້ອມຂ້າງພະແນກ ພຊສ ແລະ ນະຄອນຫຼວງຢ່າງພ້ອມພຽງ;
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫັວນນະເຂດ ເຂົ້້າອວຍພອນ ຄະນະກອງບັນຊາການ ປກຊ ແຂວງສຫັວນນະເຂດ
ໃນເວລາ 10 ໂມງ 00 ນາທີ ຂອງວັນທີ 19 ມັງກອນ 2021 ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ນຳໂດຍ ທ່ານ ທ່ານພູທອນ ຍອດບຸນເຮືອງ ພ້ອມດ້ວຍຄະນະ ໄດ້ນຳກະຕ່າຂອງຂັວນ ພ້ອມດ້ວຍເງິນສົດ ຈຳນວນ 1,000.000 ກີບເພື່ອປະກອບສ່ວນໃນການກົມກອງກໍ່່ສ້າງ ປກຊ ແຂວງ ໄດ້ເຂົ້າອວຍພອນຄະນະ ກອງບັນຊາການ ປກຊ ແຂວງສະຫັວນນເຂດ ເນື່ອງໃນໂອກາດ ວັນຊ້າງຕັ້ງ ປກຊ ຄົບຮອບ 72 ປີ ແລະ ວັນປີໃຫ່ມສາກົນ ພສ 2021, ໂດຍ ການຕ້ອນຮັບຂອງ ຫົວໜ້າພ້ອມດ້ວຍຄະນະ ກອງບັນຊາການ ປກຊ ແຂວງສະຫັວນນະເຂດ,
Page 11 of 25