ກອງປະຊຸມລາຍງານການຈັດຕັ້ງປະຕິບັດໂຄງການສຶກສາ ແລະ ສ້າງຄວາມເຂັ້ມແຂງໃນການ ຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ເຂດອ່າງນໍ້າຍ່ອຍເຊທ່າມວກ ແຂວງສະຫັວນນະເຂດ.
ໃນເວລາ 08 ໂມງ 30 ນາທີ ຂອງວັນທີ 28 ທັນວາ 2020, ໄດ້ຈັດກອງປະຊຸມກອງປະຊຸມລາຍງານການຈັດຕັ້ງປະຕິບັດໂຄງການສຶກສາ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ເຂດອ່າງນໍ້າຍ່ອຍເຊທ່າມວກ ແຂວງສະຫັວນນະເຂດຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງ ພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານຮ່ວມກອງປະຊຸມຂອງ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ສຸນະເດດ ສຸກຈະເລີນ ຮອງຫົວໜ້າກົມແຜນການ ແລະ ການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂຄງການ WRM-025-SVK, ພາກສ່ວນສູນກາງ, ຫ້ອງການ ຊສ 04 ເມືອງເປົ້າຫມາຍ(ເມືອງພີນ, ເມືອງວິລະບູລີ, ເມືອງເຊໂປນ ແລະ ເມືອງ ຊົນນະບູລີ), ຄະນະ07 ຂະແໜງການ ແລະ ວິຊາການເຂົ້າຮ່ວມລວມທັງໝົດ 25 ທ່ານ, ຍິງ 03 ທ່ານ.
Read more: ກອງປະຊຸມລາຍງານການຈັດຕັ້ງປະຕິບັດໂຄງການສຶກສາ ແລະ ສ້າງຄວາມເຂັ້ມແຂງໃນການ...
ຂະບວນການແຂ່ງຂັນກິລາມິດຕະພາບກະຊັບມິດລະຫວ່າງ ໜັງສືພິມ ກະຊວງ ຖວທ ພົບກັບ ພຊສ ແຂວງສະຫັວນນະເຂດ
ໃນຄັ້ງວັນທີ 25 ທັນວາ 2020 ໄດ້ສ້າງຂະບວນການແຂ່ງຂັນກິລາມິດຕະພາບກະຊັບມິດລະຫວ່າງ ພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫັວນະເຂດ ພົບກັບ ໜັງສືພິມຂອງກະຊວງວັດຖະນະທຳ ແລະ ຖະແຫຼງຂ່າວ ເຊິງໄດ້ຈັດຂື້ນທີ່ເດີນເຕະບານນານ່າ ເອັຟຊີ, ນະຄອນໄກສອນພົມວິຫານ, ແຂວງສະຫັວນນະເຂດ, ພາຍໄຕ້ການນຳພາຂອງ ທ່ານ ອູຄຳ ພູນປະກອນ ຫົວໜ້າຂະແໜງ ສິ່ງແວດລ້ອມແຂວງ ພ້ອມດ້ວຍອ້າຍນ້ອງວິຊາການຈໍານວນໜຶ່ງ ພາຍໄຕ້ການແຂ່ງຂັນທີ່ມ່ວນຊື່ນ ແລະ ອົບອຸ່ນ ເຕະເວລາ 2 ຕັງ ເວລາ 90 ນາທີ່ເຕັມ, ຜົນການແຂ່ງຂັນ ແມ່ນໜັງສືພິມເອົາຊະນະ ພຊສ ດ້ວຍຄະແນນ 10 ຕໍ່ 09 ຄະແນນຂະບວນການແຂ່ງຂັນກິລາຈັດຂື້ນເພື່ອເປັນຜົນງານຄຳນັບຮັບຕ້ອນວັນຊາດທີ 02 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດ ຂອງປະທານໄກສອນພົມວິຫານ ຄົບຮອບ 100 ປີ, ເປັນຂະບວນການພົດພື້ນ ແລະ ສ້າງຄວາມສາມັກຄີລະຫວ່າງກະຊວງຕໍ່ແຂວງ.
ກອງປະຊຸມສະໃໝສາມັນເທື່ອທີ 10 ສະພາປະຊາຊົນຂອງແຂວງ ສະຫັວນນະເຂດຊຸດທີ 01 ເພື່ອ ພິຈາລະນາ ແລະ ຮັບຮອງ ເອົາມະຕິ ວ່າດ້ວຍການຮັບຮອງເອົາແຜນຈັດສັນທີ່ດິນ ຂອງແຂວງສະຫັວນນເຂດ
ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 14 ທັນວາ 2020 ໄດ້ເຂົ້າຮ່ວມກອງປະຊຸມສະໃຫມສາມັນເທື່ອທີ 10 ປະຊາຊົນຂອງແຂວງ ສະຫັວນນະເຂດ ຊຸດທີ 01 ຢູ່ທີ່ຫ້ອງປະຊຸມທີ່ຫໍວັດຖະນະທຳ ໄກສອນພົມວິຫານ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ປອ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ.ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13,ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ, ທ່ານຮອງເຈົ້າແຂວງ, ອາດີດການນໍາຂອງແຂວງ, ມີການນຳຜູ້ອາວຸໂສຂອງແຂວງ, ສະມາຊິກສະພາປະຊາຊົນແຂວງ, ເຈົ້ານະຄອນໄກສອນພົມວິຫານ, ບັນດາທ່ານເຈົ້າເມືອງ, ຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມນຳ, ສາຖາບັນການສຶກສາ ແລະ ນັກທຸລະກິດເຂົ້າຮ່ວມ.
ກອງປະຊຸມທາງໄກ Video Conference ກ່ຽວກັບການຈັດຕັ້ງປະຕິບັດ ພາລະບົດບາດໃຫມ່ ຂອງ ພຊສແຂວງ, ນະຄອນຫຼວງ ແລະ ຫຊສ ເມືອງ, ນະຄອນໃນທົ່ວປະເທດ
ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 22 ທັນວາ 2020, ພະແນກ ພຊສ ແຂວງໄດ້ເຂົ້າຮ່ວມ ກອງປະຊຸມທາງໄກ ( Video Conference ) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີບັນດາ ຫົວໜ້າກົມ, ຮອງກົມ ຂອງ ກຊສ ແລະ ບັນດາພະແນກ ການ ຊສ 17 ແຂວງ ແລະ 01 ນະຄອນຫຼວງເຂົ້າຮ່ວມ ພ້ອມດ້ວຍຫົວໜ້າ 08 ຂະແໜງ ອ້ອມຂ້າງພະແນກ ພຊສ ແລະ ນະຄອນຫຼວງຢ່າງພ້ອມພຽງ;
ກອງປະຊຸມສຳມະນາຜ່ານ ຮ່າງແຜນຈັດສັນທີ່ດິນຂັ້ນເບື້ອງຕົ້ນ ຂອງແຂວງສະຫັວນນະເຂດ
ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 10 ທັນວາ 2020, ໄດ້ຈັດກອງປະຊຸມສໍາມະນາຜ່ານຮ່າງ ແຜນຈັດສັນທີ່ດິນເບື້໊ອງຕົ້ນ ຂອງແຂວງສະຫັວນນະເຂດ, ຢູ່ທີ່ຫ້ອງປະຊຸມຊັ້ນ3 ຂອງ ພະແນກໂຍທາທິການແຂວງ, ພາຍໃຕ້ເປັນປະທານ ກອງປະຊຸມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະຫັວນນະເຂດ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ທີ13, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ 1ນະຄອນ ແລະ 14 ເມືອງ, ຄະນະພະແນກການອ້ອມຂ້າງ ແລະ ກອງເລຂາ ທັງໝົດ 70 ທ່ານ, ຍິງ 20 ທ່ານ.
Read more: ກອງປະຊຸມສຳມະນາຜ່ານ ຮ່າງແຜນຈັດສັນທີ່ດິນຂັ້ນເບື້ອງຕົ້ນ ຂອງແຂວງສະຫັວນນະເຂດ
Page 13 of 25