ກອງປະຊຸມຄະນະກຳມະການຣາມຊາ ແລະ ຄະນະຊີ້ນຳ ໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນຂົງເຂດບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ
ໃນຕອນເຊົ້າເວລາ 08:00 ນາທີ ຂອງວັນທີ 29 ກັນຍາ 2020, ໄດ້ຈັດກກອງປະຊຸມປະຈໍາປີສະຫຼຸບວຽກງານເດີນບໍລິເວນນໍ້າຣາມຊາ, ມີຄະນະຊີ້ນຳໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນຂົງເຂດບໍລິເວນນໍ້າຣາມຊາ ຢູ່ ສປປ ລາວ ເຊິ່ງຈັດຢູ່ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການປົກຄອງແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະຫັວນນະເຂດ, ມີບັນດາຄະນະນໍາ ທ່ານຮອງເຈົ້າເມືອງໆຈໍາພອນ, ຮອງຫົວໜ້າກົມສິ່ງແວດລ້ອມ, ຫົວໜ້າ ແລະ ຮອງ ຫົວໜ້າພຊສ ແຂວງ ແລະ 08 ຂະແໜງການອ້ອມຂ້າງພະແນກ ພ້ອມດ້ວຍຜູ້ປະສານງານໂຄງການຂັ້ນແຂວງ ແລະ ເມືອງທັງໝົດ ທັງໝົດ 50 ທ່ານ ຍິງ 20ທ່ານ;
ກອງປະຊຸມປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ກ່ຽວກັບ(ຮ່າງ) ຂໍ້ຕົກລົງວ່າດ້ວຍ ການສ້າງແຜນຈັດທີ່ດິນຄຸ້ມຄອງຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສະຫັວນນະເຂດ
ໃນຕອນເຊົ້າຂອງວັນທີ 28 ກັນຍາ 2020, ເວລາ 08 ໂມງ 30 ນາທີ, ໄດ້ຈັດກອງປະຊຸມປຶກສາຫາລື, ປັບປຸງດັດແກ້ ແລກປ່ຽນຄໍາຄິດເຫັນກ່ຽວກັບ(ຮ່າງ) ຂໍ້ຕົກລົງວ່າດ້ວຍ ການສ້າງແຜນຈັດທີ່ດິນຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານກອງປະຊຸມຂອງ ທ່ານ ພູທອນຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຄະນະ ພຊສ ແຂວງ, ຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ທ່ານຫົວໜ້າຂະແໜງທີ່ດິນ, ຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸ ພ້ອມດ້ວຍກອງເລຂາ ເຂົ້າຮ່ວມທັງໝົດ 10 ທ່ານ, ຍິງ 02 ທ່ານ.
ກອງປະຊຸມສຳມະນາກ່ຽວກັບການຍົກລະດັບວຽກງານຂ່າວສານປະຊາສຳພັນ, ປັບປຸງເວບໄຊການບໍລິຫານເອກກະສານທາງລັດຖະການ, ການຂື້້ນບັນຊີຊັບສິນຂອງລັດ ແລະ ວຽກງານສົງເສີມຄວາມກ້າວໜ້າແມ່ຍິງ ແລະ ເດັກນ້ອຍ
ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 21 ກັນຍາ 2020, ໄດ້ຈັດກອງປະຊຸມກອງປະຊຸມສຳມະນາກ່ຽວກັບການຍົກລະດັບວຽກງານຂ່າວສານປະຊາສຳພັນ, ປັບປຸງເວັບໄຊການບໍລິຫານເອກກະສານທາງລັດຖະການ, ການ ຂື້້ນ ບັນຊີຊັບສິນຂອງລັດ ແລະ ວຽກງານສົງເສີມຄວາມກ້າວໜ້າແມ່ຍິງ ແລະ ເດັກນ້ອຍ ຢູ່ທີ່ຫ້ອງປະຊຸມຊັ້ນ4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ການຊີນໍາ ແລະ ການມີຄໍາເຫັນຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມແຂວງ, ທ່ານ ສີສະເຫວີຍ ຈິດຕະສຸພາ ຫົວໜ້າພະແນກສົງເສີມຄວາມກ້າວ ໜ້າແມ່ຍິງ ແລະ ແມ່ເດັກ, ທ່ານ ນາງ ວິໄລພອນ ຮອງຫົວໜ້າພະແນກ ບໍລິຫານ ແລະ ແຜນການ, ຮອງຫົວໜ້າຂະແໜງຊັບພະຍາກອນນໍ້າອຸຕຸນິຍົມ-ອຸທົກກະສາດ, ຮອງຫົວໜ້າຂະແໜງ ສິ່ງແວດລ້ອມ ແລະ ປ່ຽນແປງດິນຟ້າອາກາດ, ຮອງຫົວໜ້າຂະແໜງບໍລິຫານ-ການເງິນ, ຮອງຫົວໜ້າຂະແໜງຈັດຕັ້ງພະນັກງານ, ຮອງຫົວໜ້າຂະແໜງຕິດຕາມກວດກາຊັບພະຍາກອນຮອງຫົວໜ້າຂະແນງແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ, ຮອງຫົວໜ້າຂະແໜງທີ່ດິນ, ພ້ອມດ້ວຍວິຊາການສູນກາງ ແລະ ແຂວງລວມທັງໝົດ 25 ທ່ານ, ຍິງ 10 ທ່ານ.
ກອງປະຊຸມຮັບຟັງປະຖະກາຖາມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄັ້ງວັນທີ 18 ກັນຍາ 2020
ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 18 ກັນຍາ 2020, ໄດ້ຈັດກອງປະຊຸມຮັບຟັງປະຖະກາຖາເລົ່າມູນເຊື້ອວັນສຳຄັນຕ່າງໆຂອງຊາດ ແລະ ສາກົນ ຈຳນວນ 03 ເອກກະສານ, ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານຂອງສະຫາຍ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າແລະ ຄະນະ 08 ຂະແໜງ ພ້ອມດ້ວຍພະນັກງານ ແລະ ອາສາສະຫມັກທົ່ວ ພຊສທັງໝົດ 99 ທ່ານ, ຍິງ 41 ທ່ານ.
Page 17 of 25