ກອງປະຊຸມ ລາຍງານຄວາມຄືບໜ້າຂອງການກໍ່ສ້າງ ຫ້ອງການ ຊສ ເມືອງ ທົ່ວປະເທດ ຜ່ານທາງ Video Conference ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ( ກະຊວງ ຊສ ກັບບັນດາ ພະແນກ ການ ສຊ ແຂວງ, ນະຄອນ ທົ່ວປະເທດ
ໃນວັນທີ 15 ກໍລະກົດ 2020 ໃນເວລາ 14 ໂມງ 00 ນາທີ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມລາຍງານຄວາມຄືບໜ້າ ຂອງການກໍ່ສ້າງ ຫ້ອງການ ຊສ ເມືອງ ທົ່ວປະເທດ ຜ່ານທາງ ( Video Conference ) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີບັນດາການນຳຂອງກະຊວງ, ຫົວໜ້າກົມ, ຮອງກົມ ຂອງກະຊວງ ຊສ ແລະ ບັນດາພະແນກການ ຊສ 17 ແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມຢ່າງພ້ອມພຽງ;
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ II (ກາງສະໃຫມ 2017-2019)ທົບທວນຄືນທິດທາງແຜນການ 2020-2022 ແລະ ເລືອກຕັ້ງຜູ້ແທນຂອງຄະນະພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເພື່ອເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ IX
ໃນຕອນບ່າຍເວລາ 13 ໂມງ 00 ນາທີ ຂອງວັນທີ 10 ກໍລະກົດ 2020, ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ປະຕິບັດມະຕິກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ II (ກາງສະໃຫມ 2017-2019) ທົບທວນຄືນທິດທາງແຜນການ 2020-2022 ແລະ ເລືອກຕັ້ງຜູ້ແທນຂອງຄະນະພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເພື່ອເຂົ້າຮ່ວມກອງປະຊຸມໃຫ່ຍຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ IX ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໄຕ້ການເປັນປະທານຂອງ ສະຫາຍ ວົງເພັດ ໄຊສະຫງວນ ຮອງເລຂາຄພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສະຫັວນນະເຂດ ໃນກອງປະຊຸມຄັ້ງນີ້ມີສະຫາຍຄະນະພັກຮາກຖານ, ຄະນະຈັດຕັ້ງແຂວງ ແລະ ກວດກາ, ຄະນະໜ່ວຍພັກ, ສະມາຊິກພັກຮາກຖານເຂົ້າຮ່ວມທັງໝົດ 82 ສະຫາຍ, ຍິງ 34 ສະຫາຍ.
Read more: ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍສະມາຊິກພັກຄັ້ງທີ II (ກາງສະໃຫມ...
ກອງປະຊຸມປຶກສາຫາລືກ່ຽວກັບການສະຫຼຸບ 06 ເດືອນຕົ້ນປີ ແລະ ບົດສະຫຼຸບ 05 ປີ ຂອງບັນດາຂະແໜງການ ທີ່ຂື້້ນກັບ ພຊສ ແຂວງສະຫັວນນະເຂດ
ໃນຕອນບ່າຍເວລາ 14 ໂມງ 00 ນາທີ ຂອງວັນທີ 08 ກໍລະກົດ 2020, ໄດ້ຈັດກອງປະຊຸມປຶກສາຫາລືປະຊຸມປຶກສາຫາລືກ່ຽວກັບການສະຫຼຸບ 06 ເດືອນຕົ້ນປີ ແລະ ບົດສະຫຼຸບ 05 ປີ ຂອງບັນດາຂະແໜງການ ທີ່ຂື້້ນກັບ ພຊສ ແຂວງສະຫັວນນະເຂດ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພ້ອມດ້ວຍພາກສ່ວນຕ່າງໆເຂົ້າຮ່ວມມີທ່ານຫົວໜ້າ, ຮອງຫົວໜ້າ 08 ຂະແໜງການອ້ອມຂ້າງ ພຊສ ແລະ ພ້ອມດ້ວຍວິຊາການ ລວມທັງໝົດ 16 ທ່ານ, ຍິງ 05 ທ່ານ.
ກອງປະຊຸມທາງໄກ Video Conference ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ ( ກະຊວງ ຊສ ກັບບັນດາ ພະແນກ ການ ສຊ ແຂວງ, ນະຄອນ ທົ່ວປະເທດ)
ໃນຕອນເຊົ້າເວລາ 08:00 ນາທີ ຂອງວັນທີ 07 ກໍລະກົດ 2020, ພະແນກ ພຊສ ແຂວງໄດ້ເຂົ້າຮ່ວມ ກອງປະຊຸມທາງໄກ ( Video Conference ) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີບັນດາຄະນະນຳກະຊວງ, ຫົວໜ້າກົມ, ຮອງກົມ, ຫ້ອງການຂອງ ກຊສ ສະຖາບັນ ແລະ ບັນດາພະແນກ ການ ຊສ 17 ແຂວງ ແລະ 01 ນະຄອນຫຼວງເຂົ້າຮ່ວມ ຢ່າງພ້ອມພຽງ, ເຊິ່ງໃນນັ້ນແຂວງສະຫັວນນະເຂດ ມີຄະນະພຊສ, ຫົວໜ້າ ແລະ ຮອງ 08 ຂະແໜງ, ກອງເລຂາ 1830ຈຂ,ສຂ ທັງໝົດ 15 ທ່ານ ຍິງ 02 ທ່ານ;
ກອງປະຊຸມສໍາມະນາ, ປຶກສາຫາລື ແລະ ປະກອບຄໍາເຫັນກ່ຽວກັບ (ຮ່າງ) ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ແຂວງສະຫວັນນະເຂດ.
ວັນທີ 03 ກໍລະກົດ 2020, ເລີ່ມແຕ່ເວລາ 8 ໂມງ 30 ນາທີ, ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມເພື່ອ ສໍາມະນາ,ປຶກສາຫາລື ແລະ ປະກອບຄໍາເຫັນ ກ່ຽວກັບ (ຮ່າງ) ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆສະຫວັນນະເຂດ ແລະ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ.
ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີສະມາຊິກສະພາປະຊາຊົນແຂວງ, ມີຄະນະພະແນກການພ້ອມດ້ວຍວິຊາການອອ້ມຂ້າງແຂວງ, ກອງເລຂາ ແລະ 08 ຂະແໜງການທີ່ຂຶ້ນກັບພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ເຂົ້າຮ່ວມມີທັງໝົດ 32 ທ່ານ, ຍິງ 05 ທ່ານ.
Read more: ກອງປະຊຸມສໍາມະນາ, ປຶກສາຫາລື ແລະ ປະກອບຄໍາເຫັນກ່ຽວກັບ (ຮ່າງ) ແຜນຈັດສັນທີ່ດິນ,...
Page 20 of 25