ໃນເວລາ 8 ໂມງ 00 ນາທີ ຂອງວັນທີ 22 ກໍລະກົດ 2020 ໄດ້ເຂົ້າຮ່ວມກອງປະຊຸມສະໃຫມສາມັນເທື່ອທີ 9 ປະຊາຊົນຂອງແຂວງສະຫັວນນະເຂດ ຊຸດທີ 01 ຢູ່ທີ່ຫ້ອງປະຊຸມທີ່ຫໍວັດຖະນະທຳ ໄກສອນພົມວິຫານ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ປອ ຄໍາເຜີຍ ຜັນທະຈອນ  ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ,  ເຂົ້າຮ່ວມມີທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ.ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ,ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມບັນດາທ່ານ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານຮອງເຈົ້າແຂວງ, ການນຳຂັ້ນແຂວງ, ສະມາຊິກສະພາປະຊາຊົນແຂວງ,ເຈົ້າເມືອງ,ເຈົ້ານະຄອນໄກສອນ ພົມວິຫານ,ຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມນຳ.

       ທ່ານ ປອ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງ ໄດ້ກ່າວສູນທອນພົດໄຂກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ສະຫວັນນະເຂດຊຸດທີ I ຈະໄດ້ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຕ່າງໆຂອງແຂວງ ເປັນຕົ້ນແມ່ນ: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າແຂວງໆ ສະຫວັນນະເຂດ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2020 ຂອງແຂວງສະຫວັນນະເຂດ, ຮັບຟັງການລາຍງານຈາກທ່ານຫົວໜ້າພະແນກແຜນການ ແລະ ການລົງທືນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2020, ຮັບຟັງການລາຍງານຈາກທ່ານ ຜູ່ວ່າການຫົວໜ້າພະແນກການເງິນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2020,ຮັບຟັງການລາຍງານຈາກທ່ານຜູ່ຮັກສາການຫົວໜ້າອົງການໄອຍະການປະຊາຊົນແຂວງ ກ່ຽວກັບ ການຕິດຕາມກວດກາ ການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ກ່ຽວກັບ ການກວດຄົ້ນເຄຫະສະຖານ, ການກັກຕົວ, ການຈັບຕົວ, ການກັກຂັງພາງ ແລະ ການປ່ອຍຕົວພາງຜູ້ຖືກຫາ, ຮັບຟັງການລາຍງານຈາກທ່ານປະທານສານປະຊາຊົນແຂວງ ກ່ຽວກັບ ການພິຈາລະນາຕັດສິນຄະດີຢາເສບຕິດຢູ່ສານຂັ້ນຕົ້ນ ແລະ ຂັ້ນອຸທອນ, ຮັບຟັງການການລາຍງານ ກ່ຽວກັບ ການເຄື່ອນໄຫວວຽກງານ ຂອງຄະນະປະຈໍາສະພາປະຊາຊົນແຂວງ ໃນໄລຍະສອງກອງປະຊຸມ,ພິຈາລະນາ ແລະ ຮັບຮອງເອົາຂໍ້ຕົກລົງຂອງທ່ານ ເຈົ້າແຂວງສະຫວັນນະເຂດ ວ່າດ້ວຍ ການຄຸ້ມຄອງ ຮ້ານອາຫານ, ຮ້ານກິນດື່ມ ແລະ ຮ້ານບັນເທິງພາຍໃນແຂວງສະຫວັນນະເຂດ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍ ການກໍານົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ໃນທົ່ວແຂວງສະຫວັນນະເຂດ (ສະບັບປັບປຸງ) ເຊິ່ງລາຍງານໂດຍ ທ່ານ ພູທອນຍອດບຸນເຮືອງ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ  ເຊິ່ງສະແດງໃຫ້ເຫັນການດຳເນີນສ້າງ ແລະ ປັບປຸງເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງຄືນໄໝ່ 01 ນະຄອນ ແລະ ສ້າງໄໝ່ 11 ເມື່ອງ ການປັບປຸງຫົວຂໍ້ຂອງຂໍ້ຕົກລົງ, ການປັບປຸງໂຄງປະກອບ ແລະ ເນື້ອໃນຂອງຮ່າງທີ່ສຳຄັນ ຫຼັງຈາກນັ້ນໄດ້ຮັບຮອງ ບັນດາຜູ້ແທນ ສສຊ,ສສຂ ຫຼາຍທ່ານກໍ່ໄດ້ປະກອບຄຳຄິດຄຳເຫັນມີຄວາມຫຼາກຫຼາຍໂດຍມີຄວາມຮັບຜິດຊອບຕໍ່ການຄຸ້ມຄອງທີ່ດິນໃນໄລຍະໃຫ່ມ ໂດຍສະເພາະການສ້າງລາຍຮັບຂອງວຽກທີ່ດິນ ຕໍ່ງົບປະມານແຫ່ງຊາດ ແລະ ທ້ອງຖິ່ນ, ເຊິ່ງຮ່າງດັ່ງກ່າວສາມາດຮັບຮອງຈາກ ສສຂ ປະຊາຊົນແຂວງ ພ້ອມທັງຄແນນສຽງເປັນສ່ວນຫຼາຍ ໃນກອງປະຊຸມຄັ້ງນີ້ຍັງໄດ້ພິຈາລະນາ ແລະ ຮັບຮອງການສະເໜີແຕ່ງຕັ້ງ ຫົວໜ້າພະແນກການຈຳນວນໜຶ່ງ ຕາມການສະເໜີ ຂອງທ່ານເຈົ້າແຂວງສະຫັວນນະເຂດ

     ພ້ອມນີ້, ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານ ແລະ ການຊີ້ແຈງຈາກອົງການປົກຄອງແຂວງບັນດາພະແນກການຈໍານວນໜຶ່ງ ໃນປະເດັນທີ່ບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ມີຄວາມສົນໃຈ ແລະ ເພື່ອຮັບປະກັນທາງດ້ານເນື້ອໃນຂອງການນຳເດີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ I ໃຫ້ບັນລຸຕາມຄາດໝາຍ ແລະມີຄຸນນະພາບນັ້ນ, ທ່ານ ປອ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສະ  ໜອງຂໍ້ມູນ ແລະ ໃຫ້ການຮ່ວມມືຕໍ່ບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມເທື່ອນີ້ ຮຽກຮ້ອງມາຍັງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການຄົ້ນຄວ້າ, ປະກອບຄຳເຫັນ ຕໍ່ບັນຫາຕ່າງໆ ຢ່າງຖີ່ຖ້ວນ, ພາວະວິໄສ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍ, ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ, ພ້ອມທັງສະເໜີວິທີການແກ້ໄຂຕໍ່ອົງການປົກຄອງແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ເພື່ອເຮັດໃຫ້ເນື້ອໃນທີ່ນຳເຂົ້າພິຈາລະນາ, ຮັບຮອງໃນຄັ້ງນີ້ມີຄຸນນະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີຜົນສັກສິດ.

       ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ 1 ໄດ້ດໍາເນີນໄປເປັນເວລາ 3 ວັນນັບແຕ່ວັນທີ 22–24 ກໍລະກົດ 2020 ຈຶ່ງສຳເລັດ