ໃນຕອນແລງ ເວລາ 17 ໂມງ 30 ນາທີ ຂອງວັນທີ 28 ກໍລະກົດ 2020, ໄດ້ຈັດກອງປະຊຸມການລາຍງານການຈັດຕັ້ງປະຕິບັດ ການເຄື່ອນໄຫວ ຂອງ ພຊສ ແຂວງ ໃນໄລຍະຜ່ານມາ ແລະ ຮັບຟັງການໂອ້ລົມຂອງຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ນາງ ປອ ບຸນຄຳ ວໍລະຈິດ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເຊິ່ງມີຜູ້ເຂົ້າຮ່ວມປະກອບດ້ວຍຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງພ້ອມຄະນະ, ຫົວໜ້າ ແລະ ຮອງ 08 ຂະແໜງການອ້ອມຂ້າງພະແນກ, ວິຊາການຂອງກະຊວງ, ວິຊາການຂອງ ພຊສເຂົ້າຮ່ວມທັງໝົດ 17 ທ່ານ, ຍິງ 04 ທ່ານ.

       

     ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແລດລ້ອມແຂວງ ໄດ້ກ່າວຕ້ອນຮັບ ພ້ອມທັງໄດ້ລາຍງານການເຄື່ອນໄຫວວຽກງານ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍປີ2020 ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນກະທົບ ແລະ ວິທີການແກ້ໄຂ ໄດ້ລາຍງານຜົນການລົງຕິດຕາມກວດກາ ສິ່ງແວດລ້ອມ ຂອງບັນດາໂຄງການລົງທຶນພາຍໃນແຂວງ ໃນໄລຍະຜ່ານມາໂດຍປະຕິບັດຕາມ ແຜນຄຸ້ມຄອງສິ່ງແວດລ້ອມ ແຕ່ລະໂຄງການໄດ້ດີພໍສົມຄວນ, ແຕ່ກໍ່ມີບາງໂຄງການດ້ານການຮ່ວມມືອຳນວຍຄວາມສະດວກໃນການກວດກາບໍ່ທັນໄດ້ດີເທົ່າທີ່ຄວນ ຈາກນັ້ນເວລາ ທ່ານ ຮອງລັດຖະມົນຕີ ກໍ່ໄດ້ໃຫ້ທິດຊີ້ນຳ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍເນັ້ນໃສ່ວຽກງານການອອກໃບຕາດິນ, ການຂຽນແຜນການຄຸ້ມຄອງອ່າງໂຕ່ງເຊບັ້ງຫຽງ, ການການຕິດຕາມກວດກາສິ່ງແວດລ້ອມແຕ່ລະໂຄງການ ນັບທັງການປ່ຽນແປງດິນຟ້າອາກາດ, ປັບປຸງກົນໄກການຄຸ້ມຄອງການຈັດຕັ້ງປະຕິບັດ, ການຜັນຂະຫຍາຍຈຸດດີ ແລະ ປັບປຸງການແກ້ໄຂຈຸດອ່ອນ ພ້ອມທັງຊົມເຊີຍຜົນສຳເລັດໃນໄລຍະຜ່ານມາ ສູ້ຊົນຜັນຂະຫຍາຍທິດທາງແຜນການໃຫ້ເປັນອັນລະອຽດ ແລະ ສຳເລັດຜົນຕາມຄາດໝາຍທີ່ວາງອອກ.

       ກອງປະຊຸມມາຮອດເວລາ 19 ໂມງ 00 ນາທີ  ຂອງວັນດຽວກັນກໍ່ໄດ້ປິດລົງ.