ໃນຕອນບ່າຍ ຂອງວັນທີ 25 ສິງຫາ 2020 ຄະນະທີມງານສູນກາງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງມາມອບເຄື່ອງ ແລະ ແນະນຳການຕິດຕັ້ງອຸປະກອນສື່ສານທາງໄກ (Video Conference) ທົດລອງການໃຊ້ງານ ເພື່ອອຳນວຍຄວາມສະດວກໃນການປະຊຸມທາງໄກ ໃຫ້ແກ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫັວນນະເຂດ.

                ໃຫ້ກຽດເປັນປະທານໃນການມອບ-ຮັບຄັ້ງນີ້້ແມ່ນ ທ່ານພິດສະໄຫມ ນາມມົນຕີ ຮອງຫົວໜ້າພະແນກຊັບພະຍາ ກອນທຳມະຊາດແລະ ສິ່ງແວດລ້ອມແຂວງ, ຄະນະຂະແໜງບໍລິຫານ-ການເງິນ, ຄະນະຂະແໜງແຜນການ-ສະຖິຕິ ແລະ ຂໍ້ມູນຂ້າວສານ ພ້ອມດ້ວຍວິຊາການ ແລະ ຄະນະທີມງານຈາກສູນກາງ ຈຳນວນ 8 ທ່ານ ຍິງ 02 ທ່ານ.

             ປະທານ ກອງປະຊຸມ ໄດ້ກ່າວເປີດ  ພ້ອມດ້ວຍກ່າວເຖິງຄວາມສຳຄັນ ແລະ ຂອບໃຈນຳຄະນະທີມງານຂອງກະຊວງ, ໃນການມອບຄັ້ງນີ້ ປະກອບດ້ວຍ ອຸປະກອນຮັບໃຊ້ກອງປະຊຸມທາງໄກ Video Conference System ຈຳນວນ 01 ຊຸດ.