ໃນຕອນບ່າຍ ຂອງວັນທີ 04 ກັນຍາ 2020 ໄດ້ຈັດກອງປະຊຸມມອບ-ຮັບ ເຄື່ອງອຸປະກອນຮັບໃຊ້ຫ້ອງການ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາທຳມະຊາດ ແລະ ສິ່ງແວດລ້ອມແຂວງ,  ພາຍໄຕ້ການເປັນປະທານຮ່ວມຂອງທ່ານ  ພູທອນ ຍອດບຸນເຮືອງ  ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,   ທ່ານ ວົງພະຈັນ ແສງສຸລິວົງ ວ່າການຫົວໜ້າທະນາຄານກາງປະຈໍາພາກກາງ, ທ່ານ ຫງວຽນ ເຄືອງກັວກ ຜູ້ຈັດການສາຂາສະຫັວນນະເຂດ ຄະນະພະແນກຊສ.ສຂ, ຄະນະ 08 ຂະແໜງການອ້ອມຂ້າງ, ວິຊາການຂະແໜງທີ່ດິນ ຕ່າງໜ້າທະນາຄານພັດທະນາລາວສາຂາສະຫັວນນະເຂດ ແລະ ພະນັກງານວິຊາການທະນາຄານຊາຄອມແບ໋ງ ເຂົ້າຮ່ວມທັງໝົດ 42 ສະຫາຍ, ຍິງ 21 ສະຫາຍ.

         ທ່ານ ສັກສະດາ ວົງອານັດທາ ໃນນາມຈັດຕັ້ງພິທີ  ໄດ້ນໍາສະເໜີຈຸດປະສົງກອງປະຊຸມ, ພ້ອມທັງໄດ້ສະເໜີ ທ່ານ ຫງວຽນ ເຄືອງກັວກ ໄດ້ຂື້້ນກ່າວເປີດພິທີ ແລະ ໃຫ້ຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້ເຊິ່ງມີອຸປະກອນມອບໃຫ້ ພຊສ.ສຂ ຄັ້ງນີ້ປະກອບດ້ວຍຕູ້ໃສ່ເອກກະສານ ແລະ ກ່ອງໃສ່ສຳນວນເອກກະສານທີ່ດິນຈຳນວນໜຶ່ງ ລວມມູນຄ່າໃນຄັ້ງນີ້ 40,000,000 ກີບ, ຫຼັງຈາກນັ້ນ ພູທອນ ຍອດບຸນເຮືອງ  ກໍ່ໄດ້ກ່າວຄໍາຂອບໃຈຕໍ່ທະນາຄານ ພ້ອມມີຄໍາເຫັນຕໍ່ກອງປະຊຸມ ຈາກນັ້ນ ທ່ານ ບຸນຊູ ວົງສະຫັວນ ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ໄດ້ຂື້້ນຜ່ານຂໍ້ຕົກລົງໃບຍ້ອງຍໍໃຫ້ແກ່ທະນາຄານຊາຄອມແບ໋ງລາວ ສາຂາສະຫັວນນະເຂດ ເຊິ່ງເປັນຜົນງານໃນການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ ວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ຄືວຽກງານທີ່ດິນໃນຄັ້ງນີ້ດ້ວຍ.

         ກອງປະຊຸມດຳເນີນມາຮອດເວລາ 15 ໂມງ 00 ນາທີ, ຂອງວັນດຽວກັນກໍ່ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມແລະ ເວລາ 17 ໂມງ 00 ນາທີ ຂອງວັນດຽວກັນ ກໍ່ໄດ້ຈັດໃຫ້ມີຂະບວນການເຕະບານມິດຕະພາບລະຫວ່າງ ທະນາຄານ ຊາຄອມແບ໋ງ ລາວຈຳກັດ ສາຂາສະຫັວນນະເຂດ  ກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຢ່າງມີບັນຍາກາດເບີກບານມ່ວນຊື່ນ, ທັງເປັນຂະບວນການສ້າງຂະບວນການຄຳນັບຮັບຕ້ອນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ທີ່ເດີນບານ ບີແອວ.