ໃນຄັ້ງວັນທີ 11 ກັນຍາ 2020 ໄດ້ສ້າງຂະບວນການແຂ່ງຂັນກິລາມິດຕະພາບລະຫວ່າງ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫັວນະເຂດ ພົບກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ

   

           ເຊິງໄດ້ຈັດຂື້ນທີ່ເດີນເຕະບານ ພູເບຍ, ເມືອງທ່າແຂກ, ແຂວງຄຳມ່ວນ, ພາຍໄຕ້ການນຳພາຂອງທ່ານ ບຸນຍອດ ນາມເສນາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫັວນນະເຂດ, ທ່ານ ອູຄຳ ພູນປະກອນ ຫົວໜ້າຂະແໜງ ສິ່ງແວດລ້ອມແຂວງ ພ້ອມດ້ວຍອ້າຍນ້ອງວິຊາການຈຳນວນໜຶ່ງ ພາຍໄຕ້ການຕ້ອນຮັບຂອງ ທ່ານ ປອ ສິນທະສອນ ແສງຈັນທະວົງ ຮອງຫົວໜ້າພຊສ ແຂວງຄຳມ່ວນ ພ້ອມດ້ວຍຫົວໜ້າຂະແໜງ ສິ່ງແວດລ້ອມ ແລະ ອ້າຍນ້ອງພະນັກງງານ ພຊສ  ເພື່ອເປັນຜົນງານຄຳນັບຮັບຕ້ອນ ກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ  ໃຫ້ເປັນຂະບວນການພົດພື້ນ ແລະ ສ້າງຄວາມສາມັກຄີລະຫວ່າງ ແຂວງຕໍ່ແຂວງ.