ໃນຕອນບ່າຍ ຂອງວັນທີ 30 ກັນຍາ 2020 ໄດ້ສ້າງຂະບວນການແຂ່ງຂັນກິລາມິດຕະພາບ ຮາກຖານຊາວ  ໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເພື່ອຕ້ອນຮັບ ກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງ ສະຫັວນນະເຂດ  ຄັ້ງທີ່ IX ທີ່ເດີນບານບີແອວ ພາຍໄຕ້ການນຳພາຂອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫັວນນະເຂດ, ພ້ອມດ້ວຍຄະນະ ພຊສ, ຄະນະ 08 ຂະແໜງການອ້ອມຂ້າງພະແນກ, ເລຂາຊາວໜຸ່ມແຂວງ, ຄະນະຮາກຖານຊາວໜຸ່ມ ພຊສ ພ້ອມດ້ວຍອ້າຍນ້ອງວິຊາການຊາວໜຸ່ມພຊສ ແຂວງ, ໃນການສ້າງຂະບວນການແຂງຂັນກິລາຄັ້ງນີ້ປະກອບດ້ວຍການແຂງຂັນກິລາເຕາະບານຍິງ, ກິລາເຕາະບານຊາຍ,  ແລະ ກິລາດຶງເຊືອກ  ເພື່ອເປັນຜົນງານຄຳນັບຮັບຕ້ອນ ກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ  ໃຫ້ເປັນຂະບວນການພົດພື້ນ ແລະ ສ້າງຄວາມສາມັກຄີລະຫວ່າງ ພາຍໃນ ພຊສ