ໃນຕອນເຊົ້າເວລາ 08 ໂມງ 30 ນາທີ ຂອງວັນທີ 20 ຕຸລາ  2020, ໄດ້ຈັດກອງປະຊຸມວຽກງານວິຊາການ ພຊສ ແຂວງ ເພື່ອທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບກົງຈັກການຈັດຕັ້ງ ຂອງ ພຊສແຂວງ ທີ່ຫ້ອງປະຊຸມຊັ້ນ 04 ຂອງພຊສ ແຂວງ ພາຍໄຕ້ການເປັນປະທານຮ່ວມກອງປະຊຸມ ຂອງ ທ່ານ ບົວສອນ ມະຫາວົງ ກໍາມະການພັກແຂວງ, ຄະນະຈັດຕັ້ງແຂວງ ແລະ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກ ຊສ ແຂວງສະຫັວນນະເຂດ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທ່ານຫົວໜ້າຮອງຫົວໜ້າ 08 ຂະແໜງການອ້ອມຂ້າງ ພຊສ ແຂວງ ພ້ອມດ້ວຍວິຊາການເຂົ້າຮ່ວມທັງໝົດ 103 ທ່ານ, ຍິງ 40 ທ່ານ.

         ທ່ານຫົວໜ້າພະແນກ ຊສ ແຂວງໄດ້ຂື້ນ ກ່າວເປີດກອງປະຊຸມ ພ້ອມທັງສະເໜີຈຸດປະສົງມີຄຳເຫັນຕໍ່ກອງປະຊຸມ, ຕໍ່ມາຄະນະຈັດຕັ້ງແຂວງໄດ້ຂື້ນຜ່ານມາດຖານເງື່ອນໄຂ ບຸກຄະລາກອນທີ່ຈະປະກອບເຂົ້າໃນໂຄງປະກອບກົງຈັກການຈັດ ຕັ້ງຂອງ ພະແນກ ຊສ ແຂວງ ແລະ   ໄດ້ປ່ອນບັດຄັດເລືອກ, ໂດຍວິຊາການຈັດຕັ້ງໄດ້ດຳເນີນການແຈກບັດໃຫ້ແກ່ພະນັກງານ ຂອງ ພຊສ ແລະ ປ່ອນບັດຄັດເລືອກ ພ້ອມທັງມີການທາມທາບຢັ້ງຫາງສຽງ.

         ຫຼັງຈາກນັ້ນໃນເວລາ 11: 00 ນາທີປະທານກອງປະຊຸມກໍ່ໄດ້ກໍ່ໄດ້ກ່າວຂອບໃຈ, ອ່ວຍພອນແຂກທີ່ເຂົ້າຮ່ວມກອງປະຊຸມ ແລະ ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ.