ໃນຕອນບ່າຍ ຂອງ ວັນທີ 16 ກໍລະກົດ 2021, ກຳມະບານຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ແຂວງສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂັ້ນຂອງຕົນ ໂດຍກອງປະຊຸມໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກ ຊສ ແຂວງ, ໂດຍການເຂົ້າຮ່ວມ ຂອງສະຫາຍ ນາງ ພົມມາ ທອງເພັງ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ພຊສ, ມີຕາງໜ້າ ກຳມະບານຮາກຖານພະແນກ ອ້ອມຂ້າງແຂວງ, ມີຄະນະກຳມະບານຮາກຖານ ພຊສ ຕະຫຼອດເຖິງສະມາຊິກກຳມະບານ ພາຍໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມທັງໝົດ ຈຳນວນ 107 ສະຫາຍ ສະຫາຍ, ຍິງ 51 ສະຫາຍ. ໃນກອງປະຊຸມ ສະຫາຍ ຈັນເພັງໃສ ດາລາຊະວົງ ປະທານກຳມະບານຮາກຖານ ພຊສ ແຂວງສະຫວັນນະເຂດ ( ຊຸດເກົ່າ ) ກໍ່ໄດ້ຂຶ້ນຜ່ານບົດລາຍງານການເມືອງ ແລະ ວາງທິດທາງແຜນການ 5 ປີໃນຕໍ່ໜ້າ ຂອງກຳມະບານຮາກຖານ ພຊສ ຢ່າງຮອບດ້ານ ແລະ ສຶບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ຂັ້ນຂອງຕົນຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກົນໄກການປ່ຽນແປງໃໝ່ໃນພາວະເສດຖະກິດປັດຈຸບັນ ແລະ ເອົາໃຈໃສ່ປັບປຸງການຈັດຕັ້ງກຳມະບານຂັ້ນຂອງຕົນ ໃຫ້ມີຄວາມເຂັ້ມແຂງ, ແບ່ງປັນໜ້າທີ່ຄວາມຮັບຜິດຊອບ ໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິ່ງ ຂອງການເຄື່ອນໄຫວວຽກງານກຳມະບານ ໃນແຕ່ລະໄລຍະ ໂດຍແນໃສປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ ໃຫ້ໄດ້ຢ່າງທົ່ວເຖິງ, ພ້ອມດຽວກັນນີ້ ໃນພິທີຍັງໄດ້ມີການມອບ-ຮັບໃບຍ້ອງຍໍ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງກຳມະບານ ໃນໄລຍະ 5 ປີ ຜ່ານມາ;

    ກອງປະຊຸມໃຫຍ່ຄັ້ງທີ III ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະປະທານ ກຳມະບານຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ຊຸດໃໝ່ ມີຜູ້ສະໝັກ 9 ສະຫາຍ, ຍິງ 02 ສະຫາຍ, ເລືອກໄດ້ 07 ສະຫາຍ, ຍິງ 01 ສະຫາຍ, ໂດຍຜ່ານກອງປະຊຸມຄັ້ງປະຖົມມະລຶກ ຄະແນນສຽງສ່ວນຫຼາຍເຫັນດີໃຫ້ສະຫາຍ ສີວິໄລພອນ ສີສຸວົງ ເປັນປະທານກຳມະບານຮາກຖານ ( ຊຸດໃໝ່ ), ສະຫາຍ ເພັດສະໄໝ ອິນແກ້ວດວງດີ ເປັນຮອງປະທານ, ສະຫາຍ ກາລິນໄທ ລຽບວິໄຊ ເປັນຮອງປະທານ, ສະຫາຍ ປິດຕາ ໄຊຍະລາດ ເປັນກຳມະການ, ສະຫາຍ ຫົງຄຳ ລີລາວັນ ເປັນກຳມະການ, ສະຫາຍ ນາງ ພູເກັດ ແກ້ວວົງເງິນ ເປັນກຳມະການ ແລະ ສະຫາຍ ວັນນະໄຊ ສິດທິຊຸມພົນ ເປັນກຳມະການ.  ພ້ອມກັນນັ້ນ ຍັງໄດ້ຮັບຮອງເອົາ ສະຫາຍເພັດສະໄໝ ອິນແກ້ວດວງດີ ເປັນປະທານກວດກາ, ສະຫາຍ ວັນນະໄຊ ສິດທິຊຸມພົນ  ຮອງປະທານກວດກາ ແລະ ສະຫາຍ ນາງ ແວວຄຳ ເຄນນະວົງ ເປັນກຳມະການກວດກາ ແລະ ໃນກອງປະຊຸມ ຍັງໄດ້ຮັບຮອງເອົາພະແນກ ແຂວງສະຫວັນນະເຂດ ເປັນກຳມະບານຮາກຖານ 5 ເປັນເຈົ້າ ດ້ວຍການມອບໃບຢັ້ງຢືນພ້ອມດ້ວຍທຸງໄຊຢ່າງສົມກຽດ.