ໃນຕອນເຊົ້າ ເວລາ 08 ໂມງ 30 ນາທີ ຂອງວັນທີ 29 ຕຸລາ 2021 ໄດ້ຈັດກອງປະຊຸມຮັບຟັງປະຖະກະຖາເລົ່າມູນເຊື້ອ ວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ຈໍານວນ 05 ເອກະສານ, ຢູ່ທີຫ້ອງປະຊຸມຊັ້ນ 04 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ, ສະຫາຍ ພິດສະໄໝ ນາມມຸນຕີ ເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ, ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ, ໃນກອງປະຊຸມຄັ້ງນີ້ມີຄະນະພະແນກ, ຫົວໜ້າ ແລະ ຄະນະຂະແໜງ, ຄະນະຫ້ອງການ, ພະນັກງານ ແລະ ອາສາສະໝັກທີຂຶ້ນກັບພະແນກ ຊສ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 47 ສະຫາຍ, ຍິງ 21 ສະຫາຍ.

 ສະຫາຍ ພູທອນ ຍອດບຸນເຮືອງ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ກໍ່ໄດ້ຜ່ານເນື້ອໃນມູນເຊື້ອວັນສໍາຄັນຂອງຊາດ ແລະ ສາກົນ ມີ 05 ເອກະສານຄື:

  • ເອກະສານ ວັນຄູແຫ່ງຊາດ ຄົບຮອບ 27 ປີ ( 07/10/1994-10/10/2021 );
  • ເອກະສານ ວັນສ້າງຕັ້ງສາຍການທູດລາວ ( 12/10/1945-12/10/1975 );
  • ເອກະສານ ວັນປະກາດເອກະລາດ 12/10/1945;
  • ເອກະສານ ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ 17/10/1987 ແລະ 1724/10/2003;
  • ເອກະສານວັນຊາດສປຈີນ01/10/1949.

    ຈາກນັ້ນ, ສະຫາຍ ພິດສະໄໝ ນາມມຸນຕີ  ເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງ, ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ກໍ່ໄດ້ຜ່ານ ເອກະສານດໍາລັດ ວ່າດ້ວຍລົດຂອງລັດສະບັບເລກທີ 599/ລບ, ລົງວັນທີ 29/09/2021.

   ເຊິ່ງໃນຕອນທ້າຍຂອງພິທີປາຖະກະຖາ ທ່ານປະທານ ກໍ່ໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະພະແນກ, ຂະແໜງພະນັກງານທຸກຄົນນໍາເອົາເນື້ອໃນຈິດໃຈຂອງເອກະສານດັ່ງກ່າວນໍາໄປຄົ້ນຄວ້າ, ຜັນຂະຫຍາຍ, ຈັດຕັ້ງປະຕິບັດ ເຂົ້າໃນແຕ່ລະວຽກງານ ແລະ ຄວາມຮັບຜິດຂອງຕົນໃຫ້ໄດ້ຮັບຜົນເປັນຢ່າງດີ.

     ມາຮອດເວລາ 11 ໂມງ 00 ນາທີ ກອງປະຊຸມປາຖະກະຖາກໍ່ໄດ້ສິ້ນສຸດລົງຢ່າງເປັນທາງການ.