ໃນວັນທີ  18 ມີນາ 2022 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ ຂອງພະແນກຊັບພະຍາກອນທຳມະຊາດ  ແລະ ສິ່ງແວດ ລ້ອມແຂວງ ສະຫວັນນະເຂດ ໄດ້ຈັດພິທີປະຖະກະຖາ ວັນແມ່ຍິງສາກົນ  ຄົບຮອບ 112 ປີ, ວັນຄຽດແຄນຂອງປະຊາຊົນລາວ ຄົບຮອບ 76 ປີ, ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 67 ປີ ແລະ ຜ່ານເອກະສານ ເຊື່ອມຊຶມ ຂໍ້ແຂ່ງຂັນ ມີຍິງ 3 ດີ ຂອງສະຫະພັນແມ່ຍິງລາວ ເຊິ່ງພິທີໄດ້ດຳເນີນຄືດັ່ງນີ້ :  

      ໃນໂອກາດດັ່ງກ່າວ, ທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງ ໄດ້ຫວນຄືນ ແລະ ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນ ຄວາມເປັນມາ ວັນແມ່ຍິງສາ ກົນ  ຄົບຮອບ 112 ປີ, ວັນຄຽດແຄນຂອງປະຊາຊົນລາວ ຄົບຮອບ 76 ປີ, ຫວນຄືນຍົກໃຫ້ເຫັນ ເຖິງການກະທຳ ທີ່ໄຮ້ມະນຸດສະທຳ ແລະ ຄວາມໂຫດຮ້າຍປ່າເຖື່ອນ ຂອງພວກລ່າເມືອງຂຶ້ນຝຣັ່ງ ໄດ້ກະທຳຕໍ່ປະຊາຊົນລາວ ໃນປີ 1946, ຈາກນັ້ນ ທ່ານໄດ້ບັນລະຍາຍ ວັນສ້າງຕັ້ງພັກປະຊາຊົນລາວ ຄົບຮອບ 67 ປີ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນ ສະແດງໃຫ້ເຫັນເຖິງມູນເຊື້ອ ອັນສະຫງ່າອົງອາດ ກ້າຫານ, ການນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຕ້ານຈັກກະພັດຜູ້ຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນ ທັງແບບເກົ່າ ແລະ    ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ;

       ນອກຈາກນີ້ ໃນທີ່ຊຸມນຸມຍັງໄດ້ຮັບຟັງການ ຜ່ານເອກະສານ ຂໍ້ແຂ່ງຂັນ ແມ່ຍິງ 3 ດີ ແລະ ມາດຖານຄັດ ເລືອກ, ການຍ້ອງຍໍ ໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ ມີຍິງ 3 ດີ ປີ 2021-2025 ຈາກ ທ່ານ ນາງແວດຄຳ ເຄນນະວົງ ຄະນະສະຫະພັນແມ່ຍິງຮາກຖານ ພຊສ ແຂວງ.

ແລະ ໃນຕອນທ້າຍ ທ່ານ ນາງ ພອນທິບ ລາຊຈັກ ຮອງຫົວໜ້າຄະແໜງຈັດຕັ້ງ ແລະ ພະນັກງານຕາງໜ້າ ໄດ້ເປັນກຽດຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍ ຂອງຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ຕໍ່ສະຫາຍສະມາ ຊິກແມ່ຍິງ ໃນຮາກຖານແມ່ຍິງ ພຊສ ແຂວງ ຈຳນວນ 65 ທ່ານ, ເປັນກຽດມອບໃບຍ້ອງຍໍຄັ້ງນີ້ ໂດຍທ່ານທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າ ພຊສ ແຂວງ ໃຫ້ແກ່ຕາງໜ້າ ສະມາຊິກແມ່ຍິງ ພຊສ ຈຳນວນ 10 ທ່ານ.

ມາຮອດເວລາ 11 ໂມງ 30 ນາທີ ຂອງວັນດຽວກັນ  ກອງປະຊຸມກໍ່ໄດ້ປິດລົງ.